ຊ່ວຍກັນສະແດງຄວາມຮູ້ຄູ່ຄວາມເຫັນ ເພື່ອໃຫ້ເປັນທາງອອກຂອງບັນຫາ

ໂດຍ: ທິດດີ
ໄລຍະນີ້ ໄປມາທາງໃດ ກໍເກີດມີຫາງສຽງຈົ່ມວ່າອ່າວໜາຫູຂຶ້ນ ກ່ຽວກັບ ການການວິພາກວິຈານ ແລະ ອອກຄວາມຄິດເຫັນຜ່ານເຟສບຸກ ເຊິ່ງອັນພົ້ນເດັ່ນດຽວນີ້ກໍຄົງບໍ່ມົ້ມເລື່ອງ ຄ່າໄຟຟ້າທີ່ຖີບຕົວສູງຂຶ້ນໃນແຕ່ລະເດືອນ, ຮອງລົງມາແມ່ນເລື່ອງວັນປູກຕົ້ນໄມ້ ວັນທີ 1ມິຖຸນາ ທີ່ຫາກໍຜ່ານມາສົດໆຮ້ອນໆນີ້ເອງ.
ຜູ້ຂຽນ ຂໍຍົກເອົາ ສອງບັນຫານີ້ ຂຶ້ນມາ ເພາະເຫັນວ່າຫຼາຍທ່ານກໍໄດ້ສະແດງຄວາມຄິດເຫັນດ້ວຍຄວາມຮູ້ ເວົ້າໃນແນວທາງວິຊາການ ເບິ່ງຕາມຫຼັກຖານທີ່ເກີດຂຶ້ນແທ້ ອັນນີ້ກໍບໍ່ຕິດບໍ່ວ່າກັນ ເພາະຄວາມຈິງກໍຄືຄວາມຈິງ ສິ່ງໃດດີກໍຮັກສາ ສິ່ງໃດບໍ່ມີຄ່າກໍ ຕາມລະບຽບກົດໝາຍບ້ານເມືອງວ່າ ມີເຫດ ມີຜົນຢ່າງໃດ? ເຊັ່ນ ບັນຫາໄຟຟ້າ, ນ້ຳປະປາ, ຂີ້ເຫຍື້ອຊະຊາຍຢູ່ນະຄອນຫຼວງທີ່ມັນເປັນເລື່ອງແກ້ບໍ່ຕົກ, ແກ່ຍາວກາຍເປັນພະຍາດ ຊຳເຮື້ອນໍ ແຕ່ສິ່ງທີ່ຢາກເວົ້າເຖິງອີກຢ່າງໜຶ່ງກໍຄືມີບາງກຸ່ມ ທີ່ຫາເວົ້າແຕ່ທາງດ້ານບໍ່ດີ ເວົ້າຕາມອາລົມຄວາມຮູ້ສຶກຂອງຕົນເອງ ເພາະທ້າຍທີ່ສຸດມັນບໍ່ເກີດປະໂຫຍດຫຍັງ ບໍ່ເຫັນທາງອອກ ບໍ່ເຫັນທາງແກ້ໄຂ ສຸດທ້າຍກໍເປັນຈຸດກຳເນີດອັນສ້າງຄວາມແຕກແຍກໃນສັງຄົມ.
ບັນຫາຕໍ່ມາ ແມ່ນການຊຸມແຊວໃນວັນປູກຕົ້ນໄມ້ ເຫັນວ່າຢາກໂລດຜົນໃນການກິນຢູ່,ຢາກອວດຢາກໂຊ ແຕ່ມັນພັດເປັນໄພຕໍ່ສ່ວນລວມເຊັ່ນວ່າ: ໄປປູກຕົ້ນໄມ້ ກັບຄືນມາມີຊຸມແຊວ ອາຫານ-ການກິນ ເຫຼືອເຟືອ ມີວົງຕີເປີດເຄື່ອງສຽງດັງ ກິນດື່ມມ່ວນຊື່ນໂຮແຊວເກີນຂອບເຂດ ແມ່ນຢູ່ວ່າມັນເປັນສິດທິສ່ວນບຸກຄົນເຮັດໄດ້ ແຕ່ໃນສາຍຕາຂອງຄົນອື່ນເດ ສາຍຕາປະຊາຊົນຜູ້ຫາເຊົ້າກິນຄ່ຳເດລະ ເຂົາຮັບບໍ່ໄດ້ ເພາະນັ້ນບໍ່ແມ່ນເງິນສ່ວນຕົວ ມັນແມ່ນເງິນສ່ວນລວມ ແມ່ນເງິນພາສີວ່າຊັ້ນ.
ອັນຕະລາຍໄປກວ່ານັ້ນ ເມື່ອປູກຕົ້ນໄມ້ແລ້ວຊຸມແຊວເຮືອນຫົວໜ້າ ອາຫານ-ການກິນ, ເຄື່ອງດື່ມລົ້ນເຫຼືອ ຮ້ອງລຳທຳເພັງມ່ວນຊື່ນລື່ນເລີງ ແຕ່ໃນສາຍຕາທົ່ວໄປ ເຂົາວ່າ ຫົວໜ້າຟູມເຟືອຍ ມີລາຍຮັບສູງຈຶ່ງເຮັດແນວນັ້ນໄດ້ ແລ້ວຄຳວ່າປະຢັດ ມັດທະຢັດ ກິນພໍດີອີ່ມ ມ່ວນພໍດີງາມມັນໄປຢູ່ໃສ? ຢູ່ໃສຄວາມເປັນແບບຢ່າງ ຮູບພາບທີ່ໂພສອອກໄປນັ້ນຫົວໜ້າບໍ່ຮູ້ ແຕ່ລູກນ້ອງຜູ້ໄປຮ່ວມງານເປັນຜູ້ ໂພສຂຶ້ນ.
ຢ່າງໃດກໍຕາມ ບັນຫາ ແລະ ປາກົດການຫຍໍ້ທໍ້ຕ່າງໆ ລ້ວນແຕ່ເກີດຂຶ້ນຈາກບຸກຄົນ ກຸ່ມຄົນ ຄອບຄົວແລ້ວລາມສູ່ ການຈັດຕັ້ງ ແລະ ສັງຄົມວົງກວ້າງ ການກໍໄຂກໍເຊັ່ນກັນ ພວກເຮົາຕ້ອງເລີ່ມຈາກຕົວບຸກຄົນ ແລ້ວຄ່ອຍໆຂຫຍາຍໃຫ້ເປັນວົງກວ້າງ ເຊິ່ງທັງໝົດນນີ້ກໍເພື່ອຜົນປະໂຫຍດຂອງຊາດ ບໍ່ເປັນເປົ້າໝາຍສາຍຕາຂອງກຸ່ມຄົນບໍ່ດີທີ່ເຂົາຈ້ອງມອງ ແລະ ສວຍໃຊ້ເພື່ອໃສ່ຮ້າຍປ້າຍສີໂຈມຕີເຮົາ ຍົກບັນຫານີ້ຂຶ້ນມາ ເພື່ອໃຫ້ພວກເຮົາໄດ້ຄິດຄືນ ເປັນການເຕືອນກັນໃຫ້ມີສະຕິ ກ່ອນມັນຈະສວາຍເກີນແກ້.

