ແຂວງບໍ່ແກ້ວສືບຕໍ່ແກ້ໄຂສະພາບເຫດການທີ່ເກີດຂຶ້ນຢູ່ ພູຜາມົ່ນ ເມືອງປາກທາ

ຂ່າວໜັງສືພິມແຂວງບໍ່ແກ້ວ ລາຍງານວ່າ: ວັນທີ 4 ມິຖຸນາ 2025 ນີ້ ແຂວງບໍ່ແກ້ວເປີດກອງປະຊຸມ ເຜີຍແຜ່ ແລະ ການແກ້ໄຂສະພາບເຫດການທີ່ເກີດຂຶ້ນຢູ່ ພູຜາມົ່ນ ເມືອງປາກທາ ແຂວງບໍ່ແກ້ວ ໂດຍພາຍໃຕ້ການເປັນປະທານຂອງທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້ ໄດ້ຮັບຟັງການຜ່ານ ບົດລາຍງານແຈ້ງສະພາບການ ແລະ ການແກ້ໄຂເຫດການທີ່ເກີດຂຶ້້ນຢູ່ພູຜາມົ່ນ ເມືອງປາກທາ ແຂວງບໍ່ແກ້ວ ແລະ ທິດທາງແຜນການແກ້ໄຂໃນຕໍ່ໜ້າ, ຜ່ານເນື້ອໃນຂ່າວວິເຄາະ ແລະ ການມີສະຕິໃນການເສບຂ່າວ, ຜ່ານເນື້ອໃນເອກະສານວ່າດ້ວຍການເພີ່ມທະວີຄວາມສາມັນຄື ແລະ ຄວາມສະເໝີພາບຂອງປະຊາຊົນບັນດາເຜົ່າ.
ທ່ານ ທອງຈັນ ມະນີໄຊ ຊີ້ນໍາຕໍ່ກອງປະຊຸມ ໂດຍໃຫ້ສືບຕໍ່ ລົງພື້ນຖານ ກໍ່ສ້າງຮາກາຖານການເມືອງໂດຍສະເພາະແມ່ນການເຕົ້າໂຮມຄວາມສາມັກຄີ ແລະ ສ້າງ ຄວາມເຂັ້ມແຂງໃຫ້ແກ່ອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າໃຫ້ແໜ້ນແຟ້ນ ເພື່ອຮັບປະກັນໃຫ້ແກ່ການນໍາພາການເມືອງແນວຄິດ ຂອງປະຊາຊົນໃຫ້ຮັບຮູ້ ແລະ ເຂົ້າໃຈເລີກເຊິ່ງ ຕໍ່ກັບແນວທາງນະໂຍບາຍຂອງພັກ ລະບຽບກົດຫມາຍຂອງລັດ ຕິພັນກັບການເພີ່ມທະວີ ສະຕິລະວົງຕົວ ຕໍ່ກົນອຸບາຍຂອງກຸ່ມຄົນບໍ່ດີ ທີ່ຫັວງແຊກແຊງ ມ້າງເພທໍາລາຍ, ສ້າງຄວາມແຕກແຍກສາມັກຄີບັນດາເຜົ່າ ດ້ວຍການຈັດຕັ້ງໂຄສະນາເຜີຍແຜ່ເຊື່ອມຊືມແນວທາງນະໂຍບາຍຂອງພັກ-ລະບຽບກົດຫມາຍຂອງລັດ ໃຫ້ເລິກເຊິ່ງ, ສືບຕໍ່ນໍາພາ-ຊີ້ນໍາ ອໍານາດການປົກຄອງບ້ານ, ກອງຫຼອນ-ປກສ ບ້ານກໍຄືປະຊາຊົນໃຫ້ເຂົ້າໃຈ ແລະ ຮັບຮູ້ຢ່າງເລິກເຊິ່ງຕໍ່ກັບວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງບ້ານ ແມ່ນສິດ ແລະ ໜ້າທີ່ຂອງຫມົດທຸກຄົນ ທີ່ຈະຕ້ອງໄດ້ຕິດຕາມກວດກາ ເກັບກຳສະພາບຮອບດ້ານ ສະກັດກັ້ນປາກົດການຫຍໍ້ທໍ້ດ້ານຕ່າງໆໃຫ້ໝົດໄປ.

