ຊັບໃນດິນ ສິນໃນນໍ້າ ເຄື່ອງຄໍ້າຂອງຄູນ ຄືມູນມໍລະດົກອັນຈະສ້າງຮັ່ງຄູນມີໃຫ້ແກ່ຊາດ

ໂດຍ: ທິດກໍ່າ
ໃນປະໂຫຍກຄໍາເວົ້າທີ່ທິດກໍ່າໄດ້ຕັ້ງກະທູ້ມາຂ້າງເທິງນີ້ແມ່ນໄດ້ມາຈາກພວກມະຫົມມະຫາ, ຄູບາອາຈານ ແລະ ເຖົ້າແກ່ໃນສະໄໝກ່ອນເລົ່າສືບຕໍ່ກັນຈົນມາຮອດຍຸກນີ້ ທິດກໍ່າຍັງຝັງເລິກຢູ່ໃນແນວຄິດຄິດໃຈ ແລະ ມັນສະໝອງສົມທົບກັບໄດ້ຮໍ່າຮຽນຂຽນອ່ານ ທັງສຶກສາຄົ້ນຄວ້າປຽບທຽບໃສ່ສະພາບຄວາມເປັນຈິງໃນສະພາບປັດຈຸບັນ ເຫັນວ່າມັນນັບມື້ມີປາກົດການໃຫ້ເຫັນຢ່າງຈະແຈ້ງໃນແຕ່ລະໄລຍະ. ແຕ່ໃຜຈະເຊື່ອ ຫລື ບໍ່ເຊື່ອນັ້ນກໍຂໍໃຫ້ເປັນວິຈາລະນາຍານຂອງແຕ່ລະຄົນທີ່ມີສັດທາຢ່າງແຮງກ້າ.
ດັ່ງກທີ່ໄດ້ເວົ້າເຖິງ ເຫດການຄົ້ນພົບພະພຸດທະຮູບອົງຫລວງ ແລະ ພະພຸດທະຮູບອົງອື່ນໆ ທັງນ້ອຍ ແລະ ໃຫຍ່ຈໍານວນຫລາຍຮ້ອຍອົງ ນັບແຕ່ປີຜ່ານມາ ແລະ ໃນປັດຈຸບັນ ກໍພວມເລັ່ງຂຸດຄົ້ນຢູ່ ມັນບໍ່ແມ່ນເປັນພຽງຄວາມຝັນແບບລົມໆແລ້ງໆ, ບໍ່ແມ່ນເລື່ອງບັງເອີນ, ແຕ່ມັນແມ່ນເລື່ອງຈິງທີ່ປາກົດໃຫ້ພວກເຮົາເຫັນໃນແຕ່ລະໄລຍະ. ເວົ້າລວມແລ້ວ ການຄົ້ນພົບ ແລະ ພົບເຫັນພະພຸດທະຮູບ, ເຄື່ອງເກົ່າຂອງແກ່ສະໄໝບູຮານມັນບໍ່ພຽງແຕ່ຢູ່ດອນເຜິ້ງຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ມັນຍັງພົບເຫັນຫລາຍໆບ່ອນ ບໍ່ວ່າຢູ່ໃນຖໍ້າ, ໃນພື້ນດິນ, ໃນພື້ນນໍ້າ ຫລື ຕາມປ່າດົງວົງກົດ, ຕາມທົ່ງໄຮ່ທົ່ງນາ, ຕາມພູເຂົາລໍາເນົາໄພ ດັ່ງທີ່ເປັນຂ່າວຊ່າລືໃນແຕ່ລະປີຜ່ານມາ ນັບແຕ່ ສປປ ລາວ ຂອງພວກເຮົາໄດ້ສະຖາປະນາເປັນປະເທດໃໝ່.
ນອກຈາກການຄົ້ນພົບວັດຖຸບູຮານເຄື່ອງຄໍ້າຂອງຄູນ, ເຄື່ອງເກົ່າຂອງແກ່ແລ້ວ, ບໍ່ເງິນບໍ່ຄໍາ, ແຮ່ທາດ, ທີ່ດິນ, ແມ່ນໍ້າລໍາເຊແຫລ່ງທໍາມະຊາດຕ່າງໆທີ່ມີຢູ່ໃນທົ່ວປະເທດກໍໄດ້ຖືກຂຸດຄົ້ນ, ດັດສົມ, ດັດແປງກາຍມາເປັນຊັບສິນທຶນຮອນເຂົ້າໃນການສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງທຽມທັນກັບອາຣິຍະປະເທດທີ່ເຂົາຈະເລີນແລ້ວ. ນີ້ຄືໝາກຜົນແຫ່ງຄວາມເປັນຈິງໃນພື້ນແຜ່ນປິດສະໜາ. ເມື່ອໃດເມືອງລາວມີຄວາມຈະເລີນຮຸ່ງເຮືອງ ຊັບໃນດິນສິນໃນນໍ້າຈະຟູຂຶ້ນດັ່ງສະໂນ.
ຕາມທິດກໍ່າວ່າ ຕໍ່ໄປໃນອະນາຄົດຍັງຈະມີຫລາຍສິ່ງຫລາຍຢ່າງທີ່ຄົນບໍ່ດີລັກເອົາໄປ, ພວກສໍ້ໂກງປຸ້ນສະດົມເອົາໄປອາດຈະຫວນກັບມາຢູ່ເມືອງລາວ ທີ່ມີສາຍານາມວ່າປະເທດລ້ານຊ້າງໃນອະດີດທີ່ເຄີຍຈະເລີນຮຸ່ງເຮືອງເປັນປະເທດທີ່ມີອະລິຍະທໍາກ້ອງໂລກຈະຫວນຄືນມາຮຸ່ງເຮືອງເຫລືອງເຫລື້ອມອີກຍຸກໜຶ່ງ ຂໍແຕ່ຄົນລາວພວກເຮົາສາມັກຄີຮັກແພງ ແລະ ພ້ອມກັນສ້າງສາພັດທະນາປະເທດຊາດ ໃຕ້ການນໍາຂອງພັກ ແລະ ລັດຖະບານພວກເຮົາ.
ຕະຫລອດ 50 ປີ ພາຍໃຕ້ການນໍາພາຂອງພັກ ແລະ ລັດຖະບານ ເຮັດໃຫ້ ສປປ ລາວ ໄດ້ຮັບການສ້າງສາພັດທະນາຢ່າງຮອບດ້ານ. ໃນປີ 2025 ຖ້າບໍ່ມີໂຣກລະບາດ, ໂຣຄາພະຍາດ, ໄພທໍາມະຊາດມາອາລະວາດກົດໜ່ວງທໍາລາຍ ແນ່ນອນພວກເຮົາຕ້ອງໄດ້ຮັບຜົນສໍາເລັດໃນຫລາຍດ້ານ, ບໍ່ວ່າໃນດ້ານເສດຖະກິດ ແລະ ສັງຄົມ. ຂໍໃຫ້ ສປປ ລາວ ມີຄວາມຈະເລີນຮຸ່ງເຮືອງສົມກັບພື້ນແຜ່ນຕໍານານໄດ້ກ່າວຂາານສືບທອດກັນມາຢ່າງມີຜົນສັກສິດປະຈັກຕາຍິ່ງໆຂຶ້ນໄປດ້ວຍເຖີດ.

