ສຸບິນແຟຊັນ ຮ້ານຕັດເຄື່ອງຄຸນນະພາບຂອງລາວ

ສຸບິນແຟຊັ້ນ, ເປັນຮ້ານຕັດເຄື່ອງທີ່ມີຊື່ສຽງອີກແຫ່ງໜຶ່ງໃນລາວ, ຊິ່ງໃນແຕ່ລະມື້ມີລູກຄ້າເຂົ້າມາໃຊ້ບໍລິການບໍ່ຂາດສາຍ, ທ່ານ ສຸບິນ ຫລວງລາດ ເຈົ້າຂອງທຸລະກິດຕັດເສື້ອຜ້າດັ່ງກ່າວໄດ້ໃຫ້ສໍາພາດນັກຂ່າວລາວພັດທະນາວ່າ: ການທີ່ໄດ້ຮັບຄວາມໄວ້ວາງໃຈຈາກລູກຄ້ານັ້ນ, ນອກຈາກດ້ານສີມື ແລະ ຜະລິດຕະພັນແລ້ວ, ທາງຮ້ານຍັງເນັ້ນຄວາມຈິງໃຈ ແລະ ຄວາມສັດຊື່ເປັນສໍາຄັນ, ພ້ອມທັງນຳໃຊ້ຜ້າແພທີ່ມີຄຸນນະພາບຈາກຫລາຍປະເທດຄື: ອິນເດຍ, ອີຕາລີໄທ ແລະ ອື່ນໆ ເພື່ອໃຫ້ຜະລິດຕະພັນອອກມາມີຄຸນນະພາບ ແລະ ຖືກໃຈລູກຄ້າທີ່ຕ້ອງການ.
ທ່ານ ສຸບິນ ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບຄວາມເຊື່ອຖືດັ່ງກ່າວ, ມາຮອດປັດຈຸບັນຈຶ່ງໄດ້ຂະຫຍາຍຈິດຈະການອອກເປັນ 3 ສາຂາຄື: ສາຂາສີຫອມ, ສາຂາບ້ານນາຄຳ, ສາຂາວຽງຈັນເຊັນເຕີ ແລະ ກຽມຈະເປີດສາຂາໃໝ່ຢູ່ບ້ານຂົວຫລວງໃນຕົ້ນປີ 2018 ທີ່ຈະເຖິງນີ້, ເພື່ອສາມາດຕອບສະໜອງຄວາມຕ້ອງການຂອງລູກຄ້າໄດ້ວ່ອງໄວ ແລະ ສະດວກສະບາຍ, ສະເພາະປີ 2017 ນີ້ມີລູກຄ້າເຂົ້າມາໃຊ້ບໍລິການຫລາຍພັນຄົນ, ມີທັງລູກຄ້າໃນນະຄອນຫລວງວຽງຈັນແລະ ຕ່າງແຂວງ, ໂດຍສະເພາະບັນດາສຳນັກງານອົງການລັດ ແລະ ບໍລິສັດຕ່າງໆ, ເຊິ່ງເລ່ຍສະເພາະການຕັດຊຸດສາກົນປີ 2017 ບັນລຸໝື່ນກວ່າຊຸດ ແລະຍັງມີລູກຄ້ານໍາສະເໜີແບບເຄື່ອງໃໝ່ມາຈຳນວນບໍ່ໜ້ອຍ ແລະ ຮ້ານກໍ່ສາມາດເຮັດໄດ້ຕາມລູກຄ້າ.
ທ່ານ ຄຳ ປະຊາຊົນບ້ານໜອງແຕ່ງ, ຊຶ່ງເປັນລູກຄ້າປະຈຳໃຫ້ຄຳຍົກຍ້ອງວ່າ: ຕົນເອງມາໃຊ້ບໍລິການຕັດເຄື່ອງນຳຮ້ານສຸບິນເປັນເວລາຫລາຍປີແລ້ວແລະ ຜະລິດຕະພັນທີ່ຜະລິດອອກມາແມ່ນພໍອົກພໍໃຈຫລາຍ, ບໍ່ວ່າດ້ານຮູບແບບ ແລະ ສີສັນ, ນຸ່ງໄປດົນປານໃດກໍ່ບໍ່ຮູ້ສຶກເປັນຕາໜ້າເບື່ອຄືດັ່ງເຄື່ຶອງນຸ່ງສຳເລັດຮູບທີ່ຊື້ຈາກຕະຫລາດທົ່ວໄປ ແລະ ຫວັງວ່າປີໃໝ່ສາກົນນີ້ຕົນເອງກໍຈະໄປຕັດຊຸດແວັດນຳເພິ່ນອີກເພື່ອເອົາໄວ້ນຸ່ງໄປຮ່ວມງານສະຫລອງສໍາຄັນຕ່າງໆ.

