ສ້າງເຍົາວະຊົນລາວໃຫ້ເປັນຊັບພະຍາກອນອັນປະເສີດຂອງຊາດ

ໂດຍ: ທິດກໍ່າ

ວັນທີ 1 ມິຖຸນາ ອັນເປັນວັນເດັກນ້ອຍສາກົນ ທີ່ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ. ມາຮອດປີນີ້ ຖືວ່າວັນດັ່ງກ່າວມີອາຍຸຄົບຮອບ 101 ປີ ຫລື ຖ້າເວົ້າອີກຢ່າງໜຶ່ງກໍແມ່ນໜຶ່ງສະຕະວັດກັບໜຶ່ງປີເຕັມ. ໃນໂອກາດວັນສະເຫລີມສະຫລອງວັນເດັກສາກົນປີນີ້ ເຫັນໄດ້ວ່າມີຫລາຍສະຖາບັນການສຶກສາ, ບັນດາຫ້າງຮ້ານ, ສູນການຄ້າ, ການບໍລິການ, ສວນສາທາລະນະ, ສວນສະໜຸກ ຕະຫລອດບັນດາໜ່ວຍງານສິລະປະ-ບັນເທີງຕ່າງໆທີ່ມີໃນທົ່ວປະເທດ ຕ່າງກໍຫ້າງຫາກະກຽມຈັດໃຫ້ມີກິດຈະກໍາຕ່າງໆ ເພື່ອໃຫ້ເດັກເຍົາວະຊົນລາວເຮົາໄດ້ໄປສໍາຜັດກັບບັນຍາກາດທີ່ສະໜຸກສະໜານ, ມ່ວນຊື່ນ, ຄຶກຄື້ນ ແລະ ມີຄວາມໝາຍຕໍ່ວັນປະຫວັດສາດອັນສໍາຄັນດັ່ງກ່າວ.

ຕະຫລອດ 50 ປີຜ່ານມາ, ນັບແຕ່ປະເທດຊາດໄດ້ຮັບການສ້າງຕັ້ງເປັນ ສປປ ລາວ ຍາມໃດພັກ ແລະ ລັດຖະບານ ກໍໄດ້ເອົາໃຈໃສ່ຖືເປັນອັນສໍາຄັນນໍ້າເບີໜຶ່ງໃນການສ້າງ ແລະ ສຶກສາອົບຮົມເດັກນ້ອຍເຍົາວະຊົນລາວໃຫ້ກາຍເປັນຄົນດີ, ຄົນຄໍາຮູ້ຂອງພໍ່ແມ່, ເປັນນັກຮຽນດີ-ຮຽນເກັ່ງຂອງຄູ-ອາຈານ ແລະ ເປັນຊັບພະຍາກອນອັນປະເສີດຂອງຊາດ ເຊິ່ງໄລຍະ 50 ປີຜ່ານມາ ໄດ້ກໍ່ສ້າງ ແລະ ຂະຫຍາຍສະຖາບັນການສຶກສາ ນັບແຕ່ຂັ້ນລ້ຽງເດັກ, ອະນຸບານຂຶ້ນໄປ ຮອດຂັ້ນປະຖົມ ແລະ ມັດທະຍົມສຶກສາໃນແຕ່ລະທ້ອງຖິ່ນຮາກຖານ ນັບແຕ່ຂັ້ນບ້ານ, ຂັ້ນເມືອງ, ຂັ້ນແຂວງຂຶ້ນໄປຮອດຂັ້ນສູນກາງ ທັງພາກລັດ ແລະ ເອກະຊົນຈໍານວນຫລາຍຮ້ອຍແຫ່ງໃນທົ່ວປະເທດ.

ສໍາລັບເນື້ອໃນການກໍ່ສ້າງ ແລະ ສຶກສາອົບຮົມນັ້ນແມ່ນປະຕິບັດຕາມ 5 ຫລັກມູນຂອງການສຶກສາ ອັນໄດ້ແກ່: ປັນຍາສຶກສາ, ພາລະສຶກສາ, ສິລະປະສຶກສາ ແລະ ແຮງງານສຶກສາ. ສ່ວນຮູບການ ແລະ ວິທີການສຶກສາອົບຮົມນັ້ນມັນກໍມີຫລາຍຮູບຫລາຍແບບ ໂດຍເລີ່ມຈາກທິດສະດີຕິດພັນກັບພາກປະຕິບັດຕົວຈິງ ສົມທົບກັບການນໍາໃຊ້ວັດຖຸອຸປະກອນ ແລະ ເຕັກໂນໂລຊີທີ່ທັນສະໄໝໃນຍຸກໃໝ່.

ຜ່ານຂະບວນວິວັດ ແລະ ພຶດຕິກໍາຕົວຈິງທີ່ກ່າວມານັ້ນ ເຫັນວ່າເດັກເຍົາວະຊົນລາວທຸກຄົນ, ທຸກຊົນຊາດຊົນເຜົ່າໄດ້ເຂົ້າເຖິງການສຶກສາແບບບັງຄັບ ເຊິ່ງໃນແຕ່ລະປີມີນັກຮຽນດີຮຽນເກັ່ງໃນລະດັບທ້ອງຖິ່ນຂັ້ນເມືອງ, ຂັ້ນແຂວງ, ລະດັບຊາດ ແລະ ລະດັບສາກົນຈໍານວນບໍ່ໜ້ອຍ.

ຍັງບໍ່ພຽງແຕ່ເທົ່ານັ້ນ ມາໃນປັດຈຸບັນ ເຫັນວ່າເດັກນ້ອຍລາວ ກໍຄືເຍົາວະຊົນລາວໄດ້ມີການປ່ຽນແປງ ແລະ ຂະຫຍາຍຕົວທາງດ້ານທັກສະ, ຄວາມຮູ້ຄວາມສາມາດ ນັບທັງສຸຂະພາບຮ່າງກາຍກໍນັບມື້ຂະຫຍາຍຕົວ ແລະ ເຊື່ອມໂຍງເຂົ້າກັບສາກົນເທື່ອລະກ້າວ.

ເຖິງຢ່າງໃດກໍດີ, ໃນຍຸກປັດຈຸບັນ ພາລະກິດສ້າງເດັກນ້ອຍເຍົາວະຊົນລາວບັນດາເຜົ່າ ນັບແຕ່ນ້ອຍຫາໃຫຍ່ໃນໄລຍະຜ່ານມາ ກໍຄືປັດຈຸບັນ ແລະ ຕໍ່ໄປໃນອະນາຄົດ ພວກເຮົາຍັງມີສິ່ງທ້າທາຍຫລາຍດ້ານທີ່ຕ້ອງຮ່ວມມືກັນແກ້ໄຂໃຫ້ເຖິງກົກເຖິງຮາກ ເປັນຕົ້ນບັນຫາເດັກພົວພັນສິ່ງເສບຕິດ, ນໍ້າກະທ່ອມ, ການຫລິ້ນເກມໃນໂທລະສັບ, ມີເດັກບາງຄົນຂາດການອົບອຸ່ນໃກ້ຊິດຕິດແທດຈາກພໍ່ແມ່ ມົວເມົານໍາແຕ່ການຫາເງິນຫາຄໍາຈົນບໍ່ມີໂອກາດໃສ່ໃຈດູແລລູກເຕົ້າໃຫ້ເຂົາໄດ້ຮັບຄວາມອົບອຸ່ນ. ຍິ່ງໄປກວ່ານັ້ນ ພໍ່ແມ່ບາງຄົນອາໄສແຕ່ເງິນເບີກທາງຈົນເຮັດໃຫ້ລູກຫລົງໃຫລເຟີ້ຝັນນໍາສັງຄົມຫລິ້ນກິນຟູມເຟືອຍຫລ້າຫລັງໃນການສຶກສາຮໍ່າຮຽນ ໃນທີ່ສຸດກໍປະລະການຮຽນໂດຍປະລິຍາຍ.