ທ່ານ ຮຸນ ມາເນດ ກຽມຟ້ອງສານໂລກ ຊີ້ຂາດປົມຜາສາດບໍລິເວນຊາຍແດນ ໄທ-ກໍາປູເຈຍ

ສື່ທ້ອງຖິ່ນກໍາປູເຈຍລາຍງານວ່າ: ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີກໍາປູເຈຍ ກຽມນໍາເອົາບັນຫາຂັດແຍ່ງຢູ່ບໍລິເວນຊາຍແດນ ກໍາປູເຈຍ-ໄທ ໂດຍສະເພາະພື້ນທີ່ອ້ອມຜາສາດຕາເມືອນທໍາ (Ta Moan Thom), ຜາສາດຕາເມືອນໂຕດ (Ta Moan Toch), ຜາສາດຕາຄວາຍ (Ta Krabey) ແລະ ພື້ນທີ່ບໍລິເວນມຸມໄບ (Mum Bei) ຂຶ້ນສູ່ສານຍຸຕິທໍາສາກົນ (ICJ) ຫລື ສານໂລກ ຢູ່ນະຄອນເຮັກ ປະເທດເນເທີແລນ ໂດຍໄດ້ຮັບການສະໜັບສະໜູນຈາກອະດີດນາຍົກລັດຖະມົນຕີ ແລະ ປະຊາຊົນຊາວກໍາປູເຈຍ.
ກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນຂອງກໍາປູເຈຍ ໄດ້ຮຽກຮ້ອງໃຫ້ປະເທດໄທສອບສວນເຫດການຍິງປືນ ໃນວັນທີ 28 ພຶດສະພາຜ່ານມາ ເຊິ່ງເຮັດໃຫ້ທະຫານກໍາຄົນໜຶ່ງເສຍຊີວິດ ໂດຍລະບຸວ່າເປັນ ) “ການກະທຳທີ່ໂຫດຮ້າຍ ແລະ ຜິດກົດໝາຍ”.
ທ່ານ ຮຸນ ມາເນດ ລະບຸວ່າ: ກໍາປູເຈຍໄດ້ດໍາເນີນການແກ້ໄຂຂໍ້ຂັດແຍ່ງຊາຍແດນຢ່າງສັນຕິຜ່ານກົນໄກທາງເຕັກນິກ ແລະ ກົດໝາຍສາກົນຢ່າງຕໍ່ເນື່ອງ ໂດຍຈະມີກອງປະຊຸມດ່ວນຂອງຄະນະກໍາມະການຊາຍແດນຮ່ວມ (JBC) ກັບໄທ ເພື່ອຫາລື ແລະ ດໍາເນີນການຂີດເສັ້ນເຂດແດນ ແລະ ຕິດຕັ້ງຫລັກເຂດແດນຕໍ່ໄປ ເຖິງວ່າຈະຍັງຮ່ວມມືຢ່າງສັນຕິກັບໄທເຊັ່ນ: ການຂີດເສັ້ນເຂດແດນຕາມມາດຕະຖານກົດໝາຍສາກົນ ກໍາປູເຈຍຍັງຮັກສາ “ສະຫງວນສິດໃນການປົກປ້ອງອະທິປະໄຕຂອງຕົນທຸກວິທີທາງ ລວມທັງການໃຊ້ກໍາລັງທະຫານ ຖ້າມີຄວາມພະຍາຍາມລະເມີດອະທິປະໄຕຜ່ານກໍາລັງທະຫານ”.
ຂະນະທີ່ທ່ານ ຮຸນ ເຊນ ອະດີດນາຍົກລັດຖະມົນຕີ ເຊິ່ງປັດຈຸບັນເປັນປະທານວຸດທິສະພາກໍາປູເຈຍ ໄດ້ສະແດງຈຸດຢືນສະໜັບສະໜູນແຜນນໍາເອົາຂໍ້ຂັດແຍ່ງສູ່ສານຍຸຕິທໍາສາກົນ ໂດຍລະບຸວ່າ: ຂໍ້ຕົກລົງບັນທຶກຄວາມເຂົ້າໃຈ (MOU) ປີ 2000 ຍັງບໍ່ກ້າວໜ້າພຽງພໍ ເຮັດໃຫ້ເກີດການຄຸມເຄືອ ແລະ ເກີດເຫດການປະທະກັນດ້ວຍອາວຸດຫລາຍຄັ້ງ ຈຶ່ງຮຽກຮ້ອງໃຫ້ໄທສະແດງຄວາມຈິງໃຈໃນການແກ້ໄຂບັນຫາໂດຍຍິນຍອມຮ່ວມກັນນໍາເອົາເລື່ອງເຂົ້າສູ່ສານຍຸຕິທໍາສາກົນໂດຍບໍ່ຕ້ອງໃຫ້ກໍາປູເຈຍຟ້ອງຮ້ອງ ແລະ ລໍຖ້າທ່າທີຂອງໄທວ່າຈະມີຈຸດຢືນຕໍ່ບັນຫານີ້ແນວໃດ, ພ້ອມສະໜັບສະໜູນໃຫ້ກອງທັບກໍາປູເຈຍມີຄວາມອົດທົນອົດກັ້ນ, ແຕ່ໃນຂະນະດຽວກັນກໍພ້ອມຮັບມືຕໍ່ການຮຸກຮານທຸກຮູບແບບ.
ທ່ານ ຮຸນ ເຊນ ຍັງເນັ້ນວ່າ: ຖ້າບໍ່ນໍາເອົາເລື່ອງນີ້ຂຶ້ນສູ່ສານໂລກ ພື້ນທີ່ບໍລິເວນຊາຍແດນອາດຜະເຊີນຊະຕາກໍາບໍ່ຕ່າງຈາກ “ເຂດກາຊາ”. ພ້ອມອ້າງວ່າ: ພື້ນທີ່ສາມຫລ່ຽມມໍລະກົດທັງໝົດເປັນຂອງກໍາປູເຈຍ.
ໃນເອກະສານທາງການທູດວັນທີ 29 ພຶດສະພາ ກະຊວງການຕ່າງປະເທດກໍາປູເຈຍໄດ້ສົ່ງໜັງສືປະທ້ວງຢ່າງຮຸນແຮງເຖິງສະຖານທູດໄທໃນນະຄອນຫລວງພະນົມເປັນ ໂດຍລະບຸວ່າກໍາລັງທະຫານໄທໄດ້ຍິງໃສ່ກໍາລັງທະຫານກໍາປູເຈຍທີ່ຕັ້ງຢູ່ບ້ານເຕໂຊ ໂມໂຣດ ເມືອງໂມໂຣດ ແຂວງພະວິຫານ ໃນວັນທີ 28 ພຶດສະພາ ເວລາ 05:30 ໂມງ ສົ່ງຜົນເຮັດໃຫ້ທະຫານກໍາປູເຈຍເສຍຊີວິດຢ່າງບໍ່ເປັນທໍາ.
ກະຊວງການຕ່າງປະເທດກໍາປູເຈຍອ້າງວ່າ: ກໍາລັງທະຫານກໍາປູເຈຍໄດ້ປະຈໍາການໃນພື້ນທີ່ດັ່ງກ່າວຢ່າງຕໍ່ເນື່ອງ ແລະ ສະຫງົບສຸກມາດົນກ່ອນການລົງນາມ MOU ປີ 2000 ກ່ຽວກັບການຂີດເສັ້ນເຂດແດນ ແລະ ຕິດຕັ້ງຫລັກເຂດແດນ ພ້ອມປະນາມເຫດການຍິງປືນຄັ້ງນີ້ວ່າເປັນການລະເມີດອະທິປະໄຕ ແລະ ຄວາມສາມັກຄີລະຫວ່າງປະເທດ.
ເຖິງຢ່າງໃດກໍຕາມ, ລັດຖະບານກໍາປູເຈຍລະບຸວ່າ: ກໍາປູເຈຍຍັງຢືນຢັນເຖິງຄວາມຕັ້ງໃຈໃນການແກ້ໄຂຂໍ້ຂັດແຍ່ງຊາຍແດນຜ່ານທາງສັນຕິ ແລະ ກົນໄກທີ່ມີຢູ່ເຊັ່ນ: ຄະນະກໍາມະການຊາຍແດນຮ່ວມ (JBC) ແລະ ຄະນະກໍາມະການຊາຍແດນທົ່ວໄປ (GBC) ເພື່ອສ້າງຊາຍແດນແຫ່ງສັນຕິພາບ, ການຮ່ວມມື ແລະ ມິດຕະພາບກັບໄທ ແລະ ປະເທດໃກ້ຄຽງອື່ນ.
ອ້າງອີງ:
- https://www.phnompenhpost.com/national/cambodia-demands-thais-investigate-border-shooting-slated-to-take-border-dispute-to-icj
- https://www.phnompenhpost.com/national/hun-sen-warns-without-icj-border-could-become-like-gaza-
- https://www.khmertimeskh.com/501693529/cambodias-mfaic-condemns-fatal-border-shooting-urges-thai-government-to-investigate-incident/
- https://asianews.network/cambodian-former-president-hun-sen-reiterates-emerald-triangle-is-cambodias-territory/

