ຮອງນາຍົກລັດຖະມົນຕີ ຮ່ວມພິທີລົງນາມ ສົນທິສັນຍາວ່າດ້ວຍ ການສ້າງຕັ້ງອົງການໄກ່ເກ່ຍຂໍ້ຂັດແຍ້ງສາກົນ

ວັນທີ 30 ພຶດສະພາ 2025 ຜ່ານມານີ້ ທ່ານ ສະເຫລີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເດີນທາງໄປເຂົ້າຮ່ວມພິທີລົງນາມ ສົນທິສັນຍາ ວ່າດ້ວຍການສ້າງຕັ້ງອົງການໄກ່ເກ່ຍຂໍ້ຂັດແຍ້ງສາກົນ (Convention on the Establishment of the International Organization for Mediation ຫລື IOMed) ທີ່ເຂດປົກຄອງພິເສດ ຮົງກົງ, ສປ ຈີນ, ຕາມການເຊື້ອເຊີນຂອງ ທ່ານ ຫວັງ ອີ້ (Wang Yi) ກໍາມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ແລະ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ລົງນາມໃນສົນທິສັນຍາດັ່ງກ່າວ ຮ່ວມກັບ 32 ປະເທດ.
ນອກນີ້, ຍັງມີ ຫລາຍກວ່າ 80 ປະເທດ ແລະ 20 ອົງການຈັດຕັ້ງຂອງພາກພື້ນ ແລະ ສາກົນ ໄດ້ເຂົ້າມາຮ່ວມສັງເກດການພິທີລົງນາມສົນທິສັນຍາດັ່ງກ່າວ. ພາຍຫລັງພິທີລົງນາມ ປະເທດເຈົ້າພາບຈະສືບຕໍ່ເປີດຮັບການລົງນາມຂອງປະເທດ ແລະ ອົງການຈັດຕັ້ງສາກົນທີ່ມີຄວາມສົນໃຈເຂົ້າຮ່ວມ ແລະ ຊຸກຍູ້ໃຫ້ບັນດາປະເທດທີ່ຮ່ວມລົງນາມແລ້ວ ພິຈາລະນາໃຫ້ສັດຕະຍາບັນໂດຍໄວ ເພື່ອໃຫ້ສາມາດນຳໄປຈັດຕັ້ງປະຕິບັດໄດ້ຕາມຈຸດປະສົງຂອງສົນທິສັນຍາດັ່ງກ່າວ.
ການສ້າງຕັ້ງອົງການ IOMed ເປັນຂໍ້ລິເລີ່ມຂອງ ສປ ຈີນ ທີ່ເປັນປະເທດເພື່ອນມິດ-ຍຸດທະສາດ ແລະ ຄູ່ຮ່ວມຊາຕາກຳຂອງ ສປປ ລາວ. ການລົງນາມໃນສົນທິສັນຍາດັ່ງກ່າວ ແມ່ນສອດຄ່ອງກັບນະໂຍບາຍຂອງພັກ-ລັດ ແລະ ຫລັກການພື້ນຖານຂອງກົດໝາຍຂອງ ສປປ ລາວ ໂດຍສະເພາະການແກ້ໄຂຂໍ້ຂັດແຍ້ງສາກົນ ຫລື ຂໍ້ຂັດແຍ້ງພາກທຸລະກິດ-ການຄ້າ ແມ່ນຈະຕ້ອງໃຫ້ຄວາມສຳຄັນແກ່ການໄກ່ເກ່ຍ ກ່ອນນຳຂຶ້ນອານຸຍາໂຕຕຸລາການ (ການຕັດສິນດ້ວຍກຳມະການ “ arbitration”) ຫລື ສານສາກົນ. ຈຸດປະສົງຂອງ IOMed ແມ່ນເພື່ອສົ່ງເສີມ ແລະ ອໍານວຍຄວາມສະດວກໃນການແກ້ໄຂຂໍ້ຂັດແຍ້ງສາກົນ ໂດຍສັນຕິວິທີ ໂດຍຜ່ານການໄກ່ເກ່ຍ ເພື່ອສົ່ງເສີມການພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ລັດ ເຊິ່ງຈະເປັນທາງເລືອກທີ່ສຳຄັນສຳລັບການແກ້ໄຂຂໍ້ຂັດແຍ້ງສາກົນ ໂດຍສະເພາະຂໍ້ຂັດແຍ້ງທາງດ້ານທຸລະກິດ-ການຄ້າ ລະຫວ່າງລັດດ້ວຍກັນ ຫລື ລະຫວ່າງບຸກຄົນ, ນິຕິບຸກຄົນຂອງປະເທດໜຶ່ງ ກັບ ລັດຖະບານຕ່າງປະເທດ ຫລື ລະຫວ່າງບຸກຄົນ, ນິຕິບຸກຄົນຂອງສອງປະເທດ.
ພາຍຫຼັງລົງນາມແລ້ວ, ພາກສ່ວນກ່ຽວຂ້ອງ ຈະໄດ້ສືບຕໍ່ສົມທົບກັນປຶກສາຫາລື ແລະ ດຳເນີນການຕາມຂັ້ນຕອນທີ່ກຳນົດໄວ້ໃນກົດໝາຍ ວ່າດ້ວຍ ສົນທິສັນຍາ ແລະ ສັນຍາສາກົນ ປີ 2017 ເພື່ອສະເໜີການໃຫ້ສັດຕະຍາບັນ ໂດຍສະພາແຫ່ງຊາດ ແລະ ການກະກຽມຄວາມພ້ອມທາງດ້ານນິຕິກຳ, ບຸກຄະລາກອນ ແລະ ອື່ນໆ ໃນການຈັດຕັ້ງປະຕິບັດ ພາຍຫລັງການໃຫ້ສັດຕະຍາບັນ ໃນອະນາຄົດ.

