ນະຄອນຫລວງວຽງຈັນ ພິຈາລະນາຫລາຍບັນຫາທີ່ເກີດຂຶ້ນ ແລະ ຫາວິທີແກ້ໄຂ

ວັນທີ 30 ພຶດສະພາ 2025 ອົງການປົກຄອງ ນະຄອນຫລວງວຽງຈັນ (ນວ) ໄດ້ຈັດກອງປະຊຸມອົງການປົກຄອງ ນວ ຄັ້ງທີ 47, ມີທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ມີຫົວໜ້າຫ້ອງວ່າການ ນວ ພະແນກການ, ເຈົ້າເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມໄດ້ປືກສາຫາລື ພິຈາລະນາຫລາຍບັນຫາສໍາຄັນທີ່ຕ້ອງໄດ້ສຸມໃສ່ຈັດຕັ້ງປະຕິບັດໃນຕໍ່ໜ້າ ໂດຍສະເພາະໄດ້ກ່ຽວກັບການສະຫລຸບຖອດຖອນບົດຮຽນໃນຂົງເຂດຕ່າງໆ ເປັນຕົ້ນແມ່ນ:

- ລາຍງານ ກ່ຽວກັບຫົວຂໍ້ທີ່ຈະພິຈາລະນາຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນວ ຊຸດທີ II
- ຮ່າງບົດລາຍງານຂອງທ່ານເຈົ້າຄອງ ນວ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງແຜນ 6 ເດືອນທ້າຍປີ 2025 ຂອງ ນວ ແລະ ການດັດແກ້ງົບປະມານແຫ່ງລັດ ຂອງ ນວ ປະຈຳປີ
- ລາຍງານ ກ່ຽວກັບຮ່າງແຜນພັດທະນາເສດ ຖະກິດ-ສັງຄົມ 5 ປີ (2026-2030) ຂອງ ນວ ແຜນງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງແຜນ 6 ເດືອນທ້າຍປີ 2025 ຂອງ ນວ ແລະ ການດັດແກ້ງົບປະມານແຫ່ງລັດ ຂອງ ນວ ປະຈຳປີ.
- ລາຍງານ ກ່ຽວກັບການປະເມີນການຈັດຕັ້ງປະຕິບັດທ້າຍສະໄໝ ຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບການຈັດຕັ້ງປະຕິບັດ 8 ແຜນງານ (ໂຄງການບຸກທະລຸ) 20 ໂຄງການໃຫຍ່ລະດັບຊາດ ແລະ ໂຄງການປິ່ນອ້ອມ ເພື່ອບັນລຸ 6 ເປົ້າໝາຍຂອງແຜນການ 5 ປີ
- ລາຍງານ ກ່ຽວກັບຮ່າງຂໍ້ຕົກລົງເຈົ້າ ນວ ວ່າດ້ວຍການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອໃນ ນວ
- ລາຍງານ ກ່ຽວກັບການຕິດຕາມກວດກາ ແລະ ຄຸ້ມຄອງການລົງທຶນພາຍໃນ ແລະ ຕ່າງປະເທດ ໃນຂະແໜງການທ່ອງທ່ຽວ ແລະ ບັນເທີງ
- ລາຍງານ ກ່ຽວກັບສະພາບການເກີດອັກຄີໄພ (ໄຟລາມປ່າ ໄຟໄໝ້ເຮືອນປະຊາຊົນ) ແລະ ມາດຕະການສະກັດກັ້ນຮັບຮອງ ເພື່ອແກ້ໄຂບັນຫາສະ ເພາະໜ້າ
- ລາຍງານ ກ່ຽວກັບຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງຫລວງແຫ່ງຊາດ ເລກທີ 13 ໃຕ້ (ກມ 21 ຫາ ກມ 71) ເຂດບ້ານໂຄກສີວິໄລ ເມືອງໄຊທານີ ຫາ ບ້ານ ສົມສະຫວາດ ເມືອງປາກງື່ມ ນວ (ກມ 21 ຫາ ກມ 66)
- ລາຍງານ ກ່ຽວກັບໂຄງການກໍ່ສ້າງເສັ້ນທາງເບຕົງ ອ້ອມສວນສາທາລະນະມິດຕະພາບ ລາວ-ຫວຽດນາມ
- ລາຍງານ ກ່ຽວກັບການກໍານົດຄວາມສູງຂອງອາຄານ ຢູ່ໃນຕົວເມືອງ ນວ
- ລາຍງານ ກ່ຽວກັບການກະກຽມປະກາດການສ້າງຕັ້ງຕາແສງທຳອິດ ຂອງ ນວ (ຕາແສງຊ້າງມີໄຊ).
ທີ່ມາ: ໜັງສືພິມ ວຽງຈັນໃໝ່

