ແຂວງອັດຕະປື ກະກຽມປູກໄມ້ ເພື່ອປູກໄມ້ຟື້ນຟູປ່າໃຫ້ໄດ້ຫລາຍກວ່າ 20,000 ເຮັກຕາ

ທ່ານ ກົງໃຈ ສິດາວົງ ຫົວໜ້າພະແນກສະສິກຳ ແລະ ປ່າໄມ້ ແຂວງອັດຕະປື ໄດ້ໃຫ້ສໍາພາດ ໜັງສືພິມແຂວງອັດຕະປື ໃນວັນທີ 27 ພຶດສະພາ 2025 ຜ່ານມານີ້ວ່າ: ປັດຈຸບັນທົ່ວແຂວງ ສາມາດຜະລິດເບ້ຍໄມ້ໄດ້ທັງໝົດ 815,339 ເບ້ຍ, ໃນນີ້, ພາກລັດຜະລິດໄດ້ 58,841 ເບ້ຍ, ພາກປະຊາຊົນ ຜະລິດໄດ້ 59,198 ເບ້ຍ, ພາກບໍລິສັດ ແລະ ຜູ້ປະກອບການຜະລິດໄດ້ 621,800 ເບ້ຍ ລວມມີທັງເບ້ຍໄມ້ອຸດສາຫະກຳ, ເບ້ຍໄມ້ໃຫ້ໝາກ.

ສໍາລັບການກະກຽມຄວາມພ້ອມພິທີປູກໄມ້ໃນວັນທີ 1 ມີຖຸນາ ພາຍໃນ 5 ເມືອງຂອງແຂວງມີ 10 ຈຸດຈະປູກທົດແທນ ລວມມີເນື້ອທີ່ທັງໝົດ 483 ກວ່າເຮັກຕາ.

ປີ 2025 ທົ່ວແຂວງມີແຜນປູກໄມ້ໃຫ້ໄດ້ 3,660 ເຮັກຕາ ແລະ ຟື້ນຟູປ່າໄມ້ 18,024 ເຮັກຕາ, ປັດຈຸບັນ ມີເນື້ອທີ່ປ່າໄມ້ ປະມານ 846,636 ເຮັກຕາ, ເທົ່າກັບ 81%, ທຽບ ໃສ່ອັດຕາສ່ວນປົກຫຸ້ມຂອງເນື້ອທີ່ທົ່ວແຂວງ 75%.

ທີ່ມາ: ຂ່າວສານອອນລາຍ ອັດຕະປື