ກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດໂຄງສ້າງລາຄາໄຟຟ້າ ປີ 2025-2029

ສູນຂ່າວພະລັງງານ ແລະ ບໍ່ແຮ່ ກະຊວງພະລັງງານ ແລະ ບໍ່ແຮ່ ລາຍງານວ່າ: ກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດໂຄງສ້າງລາຄາໄຟຟ້າປີ 2025-2029 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 29 ພຶດສະພາ 2025 ຢູ່ກະຊວງພະລັງງານ ແລະ ບໍ່ແຮ່ ພາຍໃຕ້ການເປັນປະທານຂອງ ທ່ານ ຄຳໂສ້ ກຸໂພຄຳ ຫົວໜ້າຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່, ມີ ທ່ານ ປອ ອມຄົມເດດ ວົງໄຊ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າ (ຟຟລ), ມີຄະນະກົມ, ຄະນະສະຖາບັນ, ຄະນະອຳນວຍການ ຟຟລ ພ້ອມດ້ວຍພະນັກງານຫລັກແຫລ່ງອ້ອມຂ້າງກະຊວງເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ປອ ອມຄົມເດດ ວົງໄຊ ຜູ້ອຳນວຍການ ລັດວິສາຫະກິດໄຟຟ້າ ໄດ້ລາຍງານຫຍໍ້ການຈັດຕັ້ງປະຕິບັດໂຄງສ້າງລາຄາໄຟຟ້າສະບັບປີ 2025-2029 ໂດຍສະເພາະຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຜົນໄດ້ຮັບ ແລະ ກົນໄກວິທີການຈັດຕັ້ງປະຕິບັດໃນຕໍ່ໜ້າ.
ຈາກນັ້ນ ຕາງຈາກພາກສ່ວນກ່ຽວຂ້ອງຂອງ ລັດວິສາຫະກິດໄຟຟ້າ ໄດ້ລາຍງານກ່ຽວກັບການເກັບຫາງສຽງຂອງຜູ້ຊົມໃຊ້ໄຟຟ້າໃນຂອບເຂດທົ່ວປະເທດ ເປັນຕົ້ນແມ່ນຂໍ້ສະເໜີ, ຂໍ້ແນະນຳ ແລະ ບັນຫາອື່ນໆ ທີ່ສະທ້ອນໃຫ້ເຫັນເຖິງການປັບປຸງໂຄງສ້າງລາຄາໄຟຟ້າໃໝ່ພາກທີ່ຢູ່ອາໄສ.
ຫລັງຈາກນັ້ນ, ຜູ້ເຂົ້ຮ່ວມກອງປະຊຸມ ກໍ່ໄດ້ພ້ອມກັນແລກປ່ຽນຖອດຖອນບົດຮຽນ ກ່ຽວກັບວິທີການແກ້ໄຂ ແລະ ການຈັດຕັ້ງປະຕິບັດໃນຕໍ່ໜ້າ ທັງນີ້ກໍ່ເພື່ອເຮັດໃຫ້ຜູ້ຊົມໃຊ້ໄຟຟ້າໃນຂອບເຂດທົ່ວປະເທດມີຄວາມເຂົ້າໃຈ ແລະ ໃຫ້ການສະໜັບສະໜູນ, ໃຫ້ການຮ່ວມມືໃນການພັດທະນາອຸດສາຫະກຳໄຟຟ້າ ຢູ່ປະເທດໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ.
ທີ່ມາ: ສູນຂ່າວພະລັງງານ ແລະ ບໍ່ແຮ່

