ຄະນະປະຈຳສະພາແຫ່ງຊາດ ພິຈາລະນາແກ້ໄຂຫລາຍບັນຫາສຳຄັນພື້ນຖານຂອງຊາດ

ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ປະຈໍາເດືອນພຶດສະພາ 2025 ໄດ້ດໍາເນີນໃນວັນທີ 26-27 ພຶດສະພາ 2025 ໂດຍການເປັນປະທານຂອງທ່ານ ຈະເລີນ ເຍຍປາວເຮີ ຮອງປະທານຄະນະປະຈໍາສະພາແຫ່ງຊາດ, ມີບັນດາທ່ານຮອງປະທານຄະນະປະຈໍາ ແລະ ກຳມະການໃນຄະນະປະຈໍາສະພາແຫ່ງຊາດ, ທ່ານລັດຖະມົນຕີ ແລະ ຮອງລັດຖະມົນຕີກະຊວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມໄດ້ພິຈາລະນາບັນຫາສໍາຄັນພື້ນຖານຂອງປະເທດຊາດ ຕາມຂອບເຂດສິດ ແລະ ໜ້າທີ່ຂອງຄະນະປະຈໍາສະພາແຫ່ງຊາດ ທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ເປັນຕົ້ນ:

  1. ລາຍງານການກະກຽມຄວາມພ້ອມຮອບດ້ານກອງປະຊຸມສະໄໝສາມັນເທື່ອທີ 9 ຂອງ ສພຊ ຊຸດທີ IX
  2. ລາຍງານຜົນສຳເລັດກອງປະຊຸມກວດກາເນື້ອໃນຮອບດ້ານຂອງຮ່າງກົດໝາຍ ຈໍານວນ 9 ສະບັບ ທີ່ຈະນໍາເຂົ້າພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງ ສພຊ ຊຸດທີ IX
  3. ລາຍງານການກະກຽມຮ່າງແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2026-2030) ຂອງ ສພຊ ຊຸດທີ X
  4. ລາຍງານຂອງລັດຖະບານ ກ່ຽວກັບການສະຫລຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍທົ່ວປະເທດ (ປີ 2015-2024)
  5. ລາຍງານຜົນການປັບປຸງເນື້ອໃນກົດໝາຍ:
  • ກົດໝາຍວ່າດ້ວຍສະພາແຫ່ງຊາດ (ສະບັບປັບປຸງ)
  • ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ (ສະບັບປັບປຸງ)
  • ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ (ສະບັບປັບປຸງ)
  • ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ (ສະບັບປັບປຸງ) ຕາມການປະກອບຄຳເຫັນຂອງກອງປະຊຸມ ຄປຈສພຊ ຄັ້ງວັນທີ 24 ເມສາ 2025

6. ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2025

7. ລາຍງານການທາບທາມຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030)

8. ລາຍງານການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກຕ່າງໆ ໃນການພັດທະນາພະລັງງານໄຟຟ້ານໍ້າຕົກ.

9. ໜັງສືສະເໜີຂອງລັດຖະບານ ສະບັບເລກທີ 65/ລບ, ລົງວັນທີ 14 ພຶດສະພາ 2025 ສະເໜີຂໍຫັນປ່ຽນທີ່ດິນປ່າໄມ້ທຳມະຊາດ ໄປເປັນທີ່ດິນປະເພດອື່ນ ລັກສະນະຖາວອນ ແລະ ລັກສະນະຊົ່ວຄາວ ທີ່ນອນໃນປ່າສະຫງວນ (ລະດັບແຂວງ) ພູຈອມວອຍ ເພື່ອນຳໃຊ້ເຂົ້າໃນການພັດທະນາໂຄງການພະລັງງານລົມ ເຈືອງເຊີນ (ໄລຍະທີ 1) ທີ່ມີກຳລັງການຕິດຕັ້ງ 250 ເມກາວັດ ຢູ່ເມືອງຄຳເກີດ ແລະ ເມືອງໄຊຈຳພອນ ແຂວງບໍລິຄຳໄຊ

10. ໜັງສືສະເໜີຂອງລັດຖະບານ ສະບັບເລກທີ 40/ລບ, ລົງວັນທີ 31 ມີນາ 2025 ກ່ຽວກັບການສະເໜີຂໍຫັນປ່ຽນທີ່ດິນປ່າໄມ້ ໄປເປັນດິນປະເພດອື່ນ ໂຄງການເຂື່ອນໄຟຟ້າພະລັງງານນໍ້າເຊກອງ 4A ແລະ 4B

11. ໜັງສືສະເໜີຂອງລັດຖະບານ ສະບັບເລກທີ 52/ລບ, ລົງວັນທີ 24 ເມສາ 2025 ສະເໜີພິຈາລະນາໂຄງການຂຸດຄົ້ນແຮ່ຫາຍາກແບບປົກກະຕິ ໃນເນື້ອທີ່ 5 ກິໂລຕາແມັດ ແລະ ສະເໜີຂໍດຳເນີນວຽກງານສຳຫລວດໃນເນື້ອທີ່ 45 ກິໂລຕາແມັດ ຢູ່ເຂດບ້ານພູວຽງ, ບ້ານພູຫລວງ ແລະ ບ້ານພູດາມ ເມືອງຮ້ຽມ ແຂວງຫົວພັນ ຂອງບໍລິສັດ ລາວການຄ້າ ແລະ ການລົງທຶນ ຢວນໄທ ຈຳກັດ

12. ລາຍງານການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ ແລະ ທິດທາງແຜນ ການໃນຕໍ່ໜ້າ

13. ລາຍງານຂໍທິດຊີ້ນຳຄຳຮ້ອງຂໍຄວາມເປັນທໍາຂອງປະຊາຊົນບ້ານຫີນໂງ່ນ ເມືອງກາສີ ແຂວງວຽງຈັນ.

    ທີ່ມາ: ຂ່າວຜູ້ແທນປະຊາຊົນ