ປະທານປະເທດຈະເດີນທາງຢ້ຽມຢາມຍີ່ປຸ່ນ ແລະ ເຂົ້າຮ່ວມກອງປະຊຸມ ສາກົນວ່າດ້ວຍ ອະນາຄົດຂອງອາຊີຄັ້ງທີ 30

ວັນທີ 26 ພຶດສະພາ 2025 ນີ້ ກະຊວງການຕ່າງປະເທດ ອອກແຈ້ງການວ່າ: ທ່ານ ທອງລຸນສີສຸລິດ, ປະທານປະເທດ ແຫ່ງສປປລາວ ພ້ອມດ້ວຍຄະນະຈະເດີນທາງໄປເຂົ້າຮ່ວມກອງປະຊຸມສາກົນ ວ່າດ້ວຍ ອະນາຄົດຂອງອາຊີຄັ້ງທີ 30 ພາຍໃຕ້ຫົວຂໍ້: ‘‘ສິ່ງທ້າທາຍສຳລັບອາຊີ ໃນໂລກທີ່ມີຄວາມຜັນແປຢ່າງສັບສົນ (Asia’s Challenge in a Turbulent World) ’’, ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 29-30 ພຶດສະພາ 2025 ທີ່ນະຄອນຫຼວງໂຕກຽວ, ປະເທດຍີ່ປຸ່ນ ຕາມການເຊື້ອເຊີນຂອງສໍານັກຂ່າວ ນິກເກອິ ປະເທດຍີ່ປຸ່ນ.

ກອງປະຊຸມສາກົນວ່າດ້ວຍ ອະນາຄົດຂອງອາຊີໄດ້ຈັດຂຶ້ນທຸກໆປີ ໂດຍສໍານັກຂ່າວໜັງສືພິມນິກເກອິ ຂອງປະເທດຍີ່ປຸ່ນ ນັບແຕ່ປີ 1995 ເປັນຕົ້ນມາ, ເຊິ່ງໄດ້ເຊື້ອເຊີນບັນດາຜູ້ນໍາ ແລະ ຜູ້ບໍລິຫານຂັ້ນສູງຂອງພາກລັດ ແລະ ພາກເອກະຊົນລວມທັງອະດີດການນໍາ, ຜູ້ຊົງຄຸນນະວຸດທິ, ປະທານອົງການ, ສະຖາບັນຕ່າງໆທັງພາກພື້ນແລະສາກົນຂອງພາກພື້ນອາຊີເຂົ້າຮ່ວມເພື່ອແລກປ່ຽນທັດສະນະ ແລະ ວິໄສທັດຮ່ວມກັນຕໍ່ບັນຫາພົ້ນເດັ່ນທີ່ເກີດຂຶ້ນໃນພາກພື້ນແລະໃນໂລກ.

ໃນໂອກາດເດີນທາງຢ້ຽມຢາມປະເທດຍີ່ປຸ່ນຄັ້ງນີ້, ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ຍັງມີແຜນເຂົ້າຢ້ຽມພົບປະກັບ ສົມເດັດ ເຈົ້າຈັກກະພັດ ນາຣຸຮິໂຕະ (His Majesty the Emperor NARUHITO), ພົບປະກັບ ທ່ານ ອິຊິບະ ຊິເງະຣຸ (H.E. ISHIBA Shigeru), ນາຍົກລັດຖະມົນຕີ ແຫ່ງປະເທດຍີ່ປຸ່ນ ແລະ ຄະນະມິດຕະພາບ ລັດຖະສະພາ ຍີ່ປຸ່ນ-ລາວ ນຳອີກ.