ເຈົ້າຍິງ Aiko ຈາກຍີ່ປຸ່ນ ຈະເດີນທາງຢ້ຽມຢາມລາວ ເຂົ້າຮ່ວມສະຫລອງ 70 ປີການທູດລາວ ໃນເດືອນພະຈິກ ປີ 2025

ສຳນັກຂ່າວ Kyodo News ຂອງປະເທດຍີ່ປຸ່ນ ລາຍງານ ວັນທີ 23 ພຶດສະພາ 2025ນີ້ວ່າ: ເຈົ້າຍິງໄອໂກະ (Aiko) ທິດາອົງດຽວຂອງຈັກກະພັດ ນາຣູຮິໂຕະ ແລະ ພະລາຊິນີ ມາຊາໂກະ ຈະເດີນທາງມາຢ້ຽມຢາມ ສປປ ລາວ ໃນເດືອນພະຈິກ 2025 ນີ້ ເຊິ່ງຈະເປັນການຢ້ຽມຢາມຢ່າງເປັນທາງການຄັ້ງທຳອິດຂອງເຈົ້າຍິງ ໃນຕ່າງປະເທດ ອີງຕາມການປະກາດຂອງສຳນັກງານພະລາຊະວັງອິມພີຣຽນ ໃນວັນສຸກ ທີ 16 ພຶດສະພາ.
ການເດີນທາງຢ້ຽມຢາມຄັ້ງນີ້ ແມ່ນເນື່ອງໂອກາດ ຄົບຮອບ 70 ປີຂອງການສ້າງຕັ້ງ ສາຍພົວພັນທາງການທູດ ລະຫວ່າງຍີ່ປຸ່ນ ແລະ ລາວ ໃນປີ 2025. ທັງເປັນການມາຢ້ຽມຢາມປະເທດໃນອາຊີອາຄະເນເພື່ອສ້າງມິດຕະພາບ ແລະ ຄວາມປາຖະໜາດີ.
ລາຍລະອຽດໃນການຢ້ຽມຢາມຂອງເຈົ້າຍິງ ຍັງຢູ່ໃນລະຫວ່າງການພິຈາລະນາ, ແຕ່ເຈົ້າຍິງອາດຈະພົບກັບ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ເຂົ້າຮ່ວມກິດຈະກຳທີ່ກ່ຽວຂ້ອງກັບການຄົບຮອບ 70 ປີ ຕາມລະບຸໃນກຳນົດການຂອງທາງການ.

