ພາກສ່ວນກ່ຽວຂ້ອງ ຕິດຕາມກວດກາ 3 ໂຄງການກໍ່ສ້າງທາງ ແລະ ຂົວ ຢູ່ເມືອງຫົງສາ ໄດ້ຮັບແຫລ່ງທຶນຈາກພາກເອກະຊົນ

ສະຖານີວິທະຍຸ – ໂທລະໂຄ່ງເມືອງຫົງສາ ລາຍງານວ່າ: ວັນທີ 23 ພຶດສະພາ 2025ນີ້ ທ່ານ ພອນສະຫວັນ ໄຊສົມພັນ ເລຂາພັກເມືອງ, ທ່ານ ອ່ອນຈັນ ບຸນຍາວົງ ຮອງເຈົ້າເມືອງຫົງສາ ແລະ ພາກສ່ວນກ່ຽວ ຂ້ອງ ໄດ້ລົງຕິດຕາມຄວາມຄືບໜ້າການສ້ອມແປງຂົວນ້ຳແກນ 1 ແລະ ການສ້າງເສັ້ນທາງປູຢາງ 2 ຊັ້ນຢູ່ 2 ບ້ານພາຍໃນເມືອງ.

ໂອກາດນີ້ ທາງຄະນະໄດ້ລົງເບິ່ງ:

  • ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ທາງຮ່ອມ ບ້ານເມືອງຫານ ມີລວງຍາວ 987 ແມັດ, ໜ້າທາງກວ້າງ 5 ແມັດ, ບໍລິສັດ ວິໄຣພອນ 1818 ກໍ່ສ້າງຄົບວົງຈອນ ຈໍາກັດຜູ້ດຽວເປັນຜູ້ຮັບເໝົາກໍ່ສ້າງ ມີມູນຄ່າການກໍ່ສ້າງທັງໝົດ 2 ຕື້ 200 ລ້ານກວ່າກີບ, ມາຮອດປະຈຸບັນສຳເລັດແລ້ວ 100%.
  • ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ທາງຮ່ອມ ບ້ານໂພນຈັນ ມີລວງຍາວ 569 ແມັດ, ໜ້າທາງ ກວ້າງ5 ແມັດ, ບໍລິສັດ ໂຊກນະພາ ກໍ່ສ້າງ ແລະ ສ້ອມແປງຂົວທາງ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ມີມູນຄ່າກໍ່ສ້າງທັງໝົດ 1 ຕື້ 300 ລ້ານກວ່າກີບ ເລີ່ມກໍ່ສ້າງໃນຕົ້ນເດືອນ ພຶດສະພາ 2025 ນີ້ ມາຮອດປະຈຸບັນສຳເລັດແລ້ວ 45%, ຄາດວ່າການກໍ່ສ້າງຈະໃຫ້ສຳເລັດໃນເດືອນ ກໍລະກົດ 2025.
  • ໂຄງການສ້ອມແປງປ່ຽນຖ່າຍຊິ້ນສ່ວນຂົວເບເລ ແລະ ກໍ່ສ້າງອາຄານຂ້າມຂົວນໍ້າແກນ 1 ( ບ້ານສີບຸນເຮືອງ ) ມີລວງຍາວທັງໝົດ 52 ແມັດ, ກວ້າງ 4,5 ແມັດ, ບໍລິສັດ ໂຊກນະພາ ກໍ່ສ້າງ ແລະ ສ້ອມແປງຂົວທາງ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ມີມູນຄ່າກໍ່ສ້າງທັງໝົດ 668 ລ້ານກວ່າກີບ, ເຊິ່ງໄດ້ເລີ່ມກໍ່ສ້າງ ໃນຕົ້ນເດືອນ ພຶດສະພານີ້ ມາຮອດປະຈຸບັນສຳເລັດແລ້ວ 75% ແລະ ຄາດວ່າການກໍ່ສ້າງຈະໃຫ້ສຳເລັດໃນເດືອນ ກໍລະກົດ 2025, ທັງ 3 ໂຄງການແມ່ນນໍາໃຊ້ແຫລ່ງທຶນສະໜັບສະ ໜູນຈາກ ບໍລິສັດໄຟຟ້າຫົງສາ ຈໍາກັດ.

ທີ່ມາ: ສະຖານີວິທະຍຸໂທລະໂຄ່ງເມືອງຫົງສາ Hongsa radio satation