ໄຊຍະບູລີສ້າງຄວາມເຂັ້ມແຂງໃນວຽກງານຄຸ້ມຄອງປ່າສະຫງວນແຫ່ງຊາດນ້ຳປຸຍ

ໃນລະຫວ່າງວັນທີ 11- 12 ທັນວາ ຜ່ານມານີ້, ພະ ແນກກະສິກຳ ແລະ ປ່າໄມ້ ແຂວງ ໄຊຍະບູລີ ຮ່ວມກັບກົມ ປ່າໄມ້ ໄດ້ຈັດກອງປະຊຸມຫາລື ວຽກງານຄຸ້ມຄອງປ່າໄມ້ທີ່ດີ ໂຄງການສ້າງຄວາມເຂັ້ມ ແຂງ ໃນການຄຸ້ມຄອງປ່າໄມ້ຢູ່ເຂດ ປ່າສະຫງວນ ແຫ່ງຊາດນໍ້າປຸຍ ແຂວງ ໄຊຍະບູລີຂຶ້ນ ໂດຍ ການເປັນປະທານຮ່ວມຂອງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ທ່ານ ຫົວ ໜ້າພະແນກສັດນ້ຳ-ສັດປ່າ ກົມ ປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້້້.

+ ວຽກງານປ້ອງກັນປ່າສະຫງວນເມືອງສັງທອງມີອັນພົ້ນເດັນ

+ ຍົກລະດັບວຽກງານຄຸ້ມຄອງບໍລິຫານໃຫ້ພະນັກງານນ້ຳປະປາ

ໃນກອງປະຊຸມ ໄດ້ຮັບຟັງ ບົດລາຍງານ ວຽກງານໂຄງ ການ ການຈັດຕັ້ງປະຕິບັດ ແລະ ແນະນໍາ,ຂັ້ນຕອນ ແລະ ວິທີການນໍາໃຊ້ເຄື່ອງມືເພື່ອ ເກັບກໍາຂ້ໍມູນວຽກງານການ ຄຸ້ມຄອງຊັບພະຍາກອນປ່າ ໄມ້ພ້ອມທັງປະຕິບັດຕົວຈິງ ໄປ ພ້ອມກັນ, ເພື່ອແນໃສ່ສ້າງ ຄວາມເຂົ້າໃຈແຈ້ງໃຫ້ຄະ ນະຊີ້ນຳໂຄງການຂັ້ນແຂວງ ແລະ ຂະແໜງການຕ່າງໆ ທີ່ກ້ຽວຂ້ອງ ໃນການເກັບກໍາ ຂໍ້ມູນການຄຸ້ມຄອງຊັບພະ ຍາກອນປ່າໄມ້ທີ່ດີ,ກຳນົດ ໄດ້ແບບແຜນວິທີການລົງ ເກັບກໍາຂໍ້ມູນຢູ່ຂັ້ັນແຂວງ, ຂັ້ນ ເມືອງ ແລະ ຂັ້ນບ້ານ, ຕາມ ເປົ້າໝາຍຂອງໂຄງການ.