ຍົນຂະໜາດນ້ອຍຕົກຢູ່ລັດຄາລິຟໍເນຍ ອາເມລິກາ ມີຜູ້ເສຍຊີວິດ 3 ຄົນ

ສຳນັກຂ່າວ afp ລາຍງານວ່າ: ວັນທີ 22 ພຶດສະພາ 2025 ນີ້ເກີດເຫດຍົນຂະໜາດນ້ອຍ Cessna 550 ຕົກລົງຖະໜົນ ໃນເມືອງຊານດິເອໂກ ລັດຄາຣິຟໍເນຍ ເຊິ່ງເປັນເຂດທີ່ຢູ່ອາໄສຂອງມວນຊົນ ເຮັດໃຫ້ບໍລິເວນດັ່ງກ່າວໄດ້ຮັບຄວາມເສຍຫາຍ ທັງຍານພາຫະນະ ແລະ ເຮືອນປະຊາຊົນ ປະມານ 15 ຫລັງຄາເຮືອນ ລາຍງານເບື້ອງຕົ້ນມີຜູ້ເສຍຊີວິດ 3 ຄົນ ແລະ ບາດເຈັບ 8 ຄົນ.