ປີ 2025 ທົ່ວປະເທດຈະປູກຕົ້ນໄມ້ໃຫ້ໄດ້ຫລາຍກວ່າ 9.9 ແສນເບ້ຍ ໃນເນື້ອທີ່ 37 ພັນກວ່າເຮັກຕາ

ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ວັນທີ 20 ພຶດສະພາ 2025 ນີ້ວ່າ: ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2025 ທີ່ຈະມາເຖິງນີ້, ທົ່ວປະເທດມີແຜນການຈະສ້າງຂະບວນການປູກຕົ້ນໄມ້ໃນເນື້ອທີ່ 1,600 ກວ່າເຮັກຕາ, ຈະນຳໃຊ້ເບ້ຍໄມ້ 997,000 ກວ່າເບ້ຍ ໂດຍໄດ້ກໍານົດເອົາຄຳຂວັນທີ່ວ່າ: “ປູກຕົ້ນໄມ້ ໃນວັນນີ້ ເພື່ອລູກຫລານ ໃນວັນໜ້າ”; “ຈົ່ງຊ່ວຍກັນປູກຕົ້ນໄມ້ ໃຫ້ເປັນປ່າ ເພື່ອເປັນສິນຄ້າ ແລະ ປະກອບສ່ວນ ໃນການປົກປັກຮັກສາສິ່ງແວດ ລ້ອມ, ຫລຸດຜ່ອນການປ່ຽນແປງດິນຟ້າອາກາດ”.
ສະເພາະ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ປະສານສົມທົບກັບ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫລວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ຮ່ວມກັນສ້າງຂະບວນການປູກຕົ້ນໄມ້ ເພື່ອສະເຫລີມສະຫລອງ ວັນປູກຕົ້ນໄມ້ແຫ່ງຊາດ ຢູ່ນະຄອນຫລວງວຽງຈັນ ໃນເນື້ອທີ່ ປະມານ 3 ເຮັກຕາ. ໃນນັ້ນ, ຊະນິດພັນໄມ້ທີ່ຈະນຳໄປປູກ ປະກອບມີ: ໄມ້ດູ່, ໄມ້ຍາງ, ໄມ້ແຄນ 3 ພັນກວ່າເບ້ຍ. ນອກຈາກນີ້ ສົມທົບກັບ ຄະນະພັກ-ຄະນະນຳອົງການປົກຄອງທ້ອງຖິ່ນທົ່ວປະເທດກະກຽມແຜນການ ແລະ ຂະບວນການປູກໄມ້ ຢູ່ທ້ອງ ຖິ່ນໃຫ້ເປັນຂະບວນຟົດຟື້ນ ໂດຍມີແຜນການເກັບແກ່ນພັນໄມ້ ໃຫ້ໄດ້ 45 ພັນກວ່າກິໂລກຣາມ, ກ້າເບ້ຍໄມ້ 24.3 ລ້ານກວ່າເບ້ຍ ແລະ ປູກໄມ້ 37,200 ກວ່າເຮັກຕາໃນປີ 2025 ນີ້.
ວັນທີ 1 ມິຖຸນາ ຂອງທຸກປີ ເປັນວັນປູກຕົ້ນໄມ້ ແຫ່ງຊາດ ເຊິ່ງກົງກັບວັນເດັກນ້ອຍສາກົນ ເພື່ອປູກຈິດສໍານຶກໃຫ້ແກ່ ເຍົາວະຊົນ ແລະ ອະນຸຊົນ ກໍຄື ທົ່ວສັງຄົມ ໃຫ້ເຫັນໄດ້ເຖິງ ຄວາມສໍາຄັນຂອງປ່າໄມ້, ການປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ປ່າໄມ້ ຕາມທິດ ສີຂຽວ ແລະ ຍືນຍົງ. ປ່າໄມ້ ມີຄວາມສໍາຄັນທີ່ສຸດ ຕໍ່ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ທັງທາງກົງ ແລະ ທາງອ້ອມ, ມີຄວາມສຳຄັນຕໍ່ການປົກປັກຮັກສາດິນ, ແຫລ່ງນໍ້າ ແລະ ຊີວະນານາພັນ ໃຫ້ມີຄວາມອຸດົມສົມບູນ, ພ້ອມທັງຫລຸດຜ່ອນຜົນກະ ທົບຂອງການປ່ຽນແປງດິນຟ້າອາກາດ ເຊິ່ງບົດບາດນີ້, ມະນຸດເຮົາບໍ່ສາມາດຈະເຮັດແທນໄດ້.
ທ່ານ ລິນຄຳ ດວງສະຫວັນ ຮຽກຮ້ອງມາຍັງປວງຊົນລາວທັງຊາດ ຈົ່ງເຊີດຊູ ສະຕິຮັກ ແລະ ຫວງແຫນ ຊັບພະຍາກອນປ່າໄມ້, ປະກອບສ່ວນໃນການ ປູກໄມ້, ຟື້ນຟູປ່າ ໄປຄຽງຄູ່ກັບການ ຄຸ້ມຄອງ, ປົກປັກຮັກສາປ່າໄມ້ ອັນເປັນມໍລະດົກ ແລະ ຊັບສົມບັດຂອງວົງຄະນະຍາດແຫ່ງຊາດ ໃຫ້ນັບມື້ມີຄວາມອຸດົມສົມບູນ ແລະ ຍືນຍົງ ໂດຍບໍ່ມີວັນບົກແຫ້ງ, ເຮັດໃຫ້ຊັບພະຍາກອນປ່າໄມ້ ປະກອບສ່ວນອັນສຳຄັນ ຂອງການພັດທະນາ ເສດຖະກິດ-ສັງຄົມ ຂອງຊາດ, ພ້ອມທັງ ເຊີນຊວນ ທຸກພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ, ເອກະຊົນ ແລະ ພໍ່ແມ່ປະຊາຊົນ ພ້ອມກັນຈັດພິທີ ໂດຍໃຫ້ອີງໃສ່ເງື່ອນໄຂຕົວຈິງຂອງແຕ່ລະທ້ອງຖິ່ນ ໃຫ້ເນັ້ນໃສ່ເນື້ອໃນປຸກລະດົມເປັນຕົ້ນຕໍ. ການປູກຕົ້ນໄມ້ ແມ່ນສາມາດປູກໄດ້ແຕ່ດຽວນີ້ ເປັນຕົ້ນໄປ ຈົນຮອດທ້າຍລະດູຝົນ ໃນບ່ອນທີ່ມີເງື່ອນໄຂ ໃນເນື້ອທີ່ດິນເປົ່າຫວ່າງຂອງຕົນ, ໃນຮົ້ວ, ສວນ, ທີ່ດິນປຸກສ້າງ, ເດີ່ນໂຮງຮຽນ, ສໍານັກງານອົງການ ແລະ ຕາມແຄມທາງຕາມເງື່ອນໄຂຕົວຈິງ. ຖ້າຫາກວ່າໃນປີນີ້, ພວກເຮົາ ພ້ອມກັນປູກຕົ້ນໄມ້ ຜູ້ລະ 1-2 ຕົ້ນ ກໍຈະເຮັດໃຫ້ພວກເຮົາມີຕົ້ນໄມ້ເພີ່ມຂຶ້ນ ປະມານ 7-14 ລ້ານ ກວ່າຕົ້ນ.

