ຈີນ-ຢູເຄ ປະກາດຮັດແໜ້ນການຮ່ວມມື ທາງເສດຖະກິດ-ການເງິນ

ຈີນ ແລະ ສະຫາລາຊະອານາຈັກ (ຢູເຄ) ປະກາດຈະເດີນໜ້າ ແລະ ຮັດແໜ້ນການຮ່ວມມືດ້ານເສດຖະກິດ, ການເງິນ ແລະ ການຄ້າໃນຫລາກຫລາຍບັນຫາ ລວມທັງການເລັ່ງໂຄງການເຊື່ອມໂຍງຕະຫລາດຫລັກຊັບ ລອນດອນ-ຊຽງໄຮ້.
ຈີນ ແລະ ຢູເຄ ອອກຖະແຫລງການຮ່ວມໃນວັນທີ 16 ທັນວາ ຂະນະທີ່ທ່ານ ຟິລິບ ແຮມມອນ ລັດຖະມົນຕີການເງິນອັງກິດ ນຳຄະນະໄປຢ້ຽມຢາມຈີນຢ່າງເປັນທາງການວ່າ: ທັງສອງປະເທດຄັດຄ້ານການປົກປ້ອງທາງການຄ້າ ແລະ ສະໜັບສະໜູນໃຫ້ອົງການການຄ້າໂລກເປັນເສົາຫລັກຂອງລະບົບການຄ້າໂລກ, ຈະສົ່ງເສີມໃຫ້ທະນາຄານຂອງທັງສອງປະເທດເພີ່ມການເຮັດທຸລະກິດໃນອີກຝ່າຍ ແລະ ສົ່ງເສີມການໃຊ້ເງິນຢວນເປັນສະກຸນເງິນໃນການຊຳລະໜີ້, ຈະຕັ້ງຄະນະຜູ້ຊ່ຽວຊານຂຶ້ນແລກປ່ຽນທັດສະນະດ້ານນະໂຍບາຍເສດຖະກິດມະຫາພາກ ແລະ ການເງິນ.
ທ່ານ ແຮມມອນ ຖະແຫລງຂ່າວຮ່ວມກັບຮອງນາຍົກລັດຖະມົນຕີ ມາໄຄ ຂອງຈີນວ່າ: ເຫັນພ້ອມກັນວ່າຈະເລັ່ງສະຫລຸບການກຽມເຊື່ອມໂຍງຕະຫລາດຫລັກຊັບ ລອນດອນ-ຊຽງໄຮ້ ທີ່ຫາລືກັນມາແຕ່ 2 ປີກ່ອນ ແຕ່ສະດຸດໄປເພາະເລື່ອງ ຢູເຄ ຈະອອກຈາກສະຫະພາບເອີຣົບ ແລະ ຈະເລີ່ມສຶກສາຄວາມເປັນໄປໄດ້ເລື່ອງການເຊື່ອມໂຍງຕະຫລາດພັນທະບັດ ຢູເຄ-ຈີນ, ໂຄງການເຊື່ອມໂຍງຕະຫລາດຫລັກຊັບ ລອນດອນ-ຊຽງໄຮ້ ຈະອີງຕາມການເຊື່ອມໂຍງຕະຫລາດຫລັກຊັບ ຮົງກົງ-ຊຽງໄຮ້ ແຕ່ຄາບັນຫາທາງເຕັກນິກ ແລະ ລະບຽບຫລາຍກວ່າ, ໜຶ່ງໃນນັ້ນຄືເລື່ອງເຂດເວລາທີ່ຕ່າງກັນ ເຊິ່ງຈະມີຜົນຕໍ່ໄລຍະເວລາຂອງການຊື້-ຂາຍຫລັກຊັບ.

