ຜົນການສຶກສາດິນຍຸບ ໃນເຂດ ສໍາປະທານຂອງບໍລິສັດ ລາວຄາຍຢວນບໍ່ແຮ່ ຄາດວ່າເກີດຂຶ້ນຍ້ອນທໍາມະຊາດ ເພາະບໍ່ມີກິດຈະກໍາການຂຸດຄົ້ນຢູ່ໃຕ້ດິນ

ຂ່າວແຂວງຄໍາມ່ວນ ລາຍງານວ່າ: ວັນທີ 13 ພຶດສະພາ 2025, ກົມຄຸ້ມຄອງບໍ່ແຮ່ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ສົມທົບກັບຂະແໜງ ການທີ່ກ່ຽວຂ້ອງຂອງສູນກາງ, ອົງການປົກຄອງແຂວງຄໍາມ່ວນໄດ້ຈັດກອງປະຊຸມວິຊາການ ເພື່ອຮັບຟັງການລາຍງານ ຜົນຂອງການສຶກສາສະພາບດິນຍຸບ ແລະ ດິນແຕກແຫງໃນເຂດສໍາປະທານຂອງບໍລິສັດ ລາວຄາຍຢວນບໍ່ແຮ່ ຈໍາກັດ ເຊິ່ງດໍາເນີນການສຶກສາໂດຍ ບໍລິສັດ LOGANTEK LAO Co., Ltd. ໂດຍການເປັນປະທານ ແລະ ຊີ້ນໍາ ຂອງທ່ານ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່.

ທ່ານ ນາງ ອໍາວຽງ ເພົ້າວົງໄຊ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່ ລາຍງານກ່ຽວກັບສະພາບການເກີດ ແລະ ການແກ້ໄຂບັນຫາດິນຍຸບ/ດິນແຕກແຫງ ໃນຂອບເຂດສໍາປະທານຂອງບໍລິສັດ ລາວຄາຍຢວນບໍ່ແຮ່ ຈໍາກັດວ່າ: ນັບແຕ່ປີ 2016 ມາຮອດປັດຈຸບັນ ແມ່ນເກີດຂຶ້ນແລ້ວທັງໝົດ 5 ຄັ້ງ, ປີ 2016 ເກີດ 1 ຄັ້ງ, ປີ 2018 ເກີດ 2 ຄັ້ງ, ປີ 2022 ເກີດ 1 ຄັ້ງ ແລະ ປີ 2023 ເກີດ 1 ຄັ້ງ.
ສໍາລັບການສຶກສາສະພາບດິນຍຸບ ແບ່ງອອກເປັນ 3 ໜ້າວຽກຕົ້ນຕໍຄື : ການສໍາຫລວດເທິງໜ້າດິນ ແລະ ສ້າງຈຸດເຄົ້າ (BM) ໃຫ້ຄວບຄຸມໃນເນື້ອທີ່ສໍາປະທານຂອງບໍລິສັດ ລາວຄາຍຢວນ, ການສຶກສາດ້ວຍວິທີການສໍາຫຼວດທາງທໍລະນີຟີຊິກ (Seismic Survey) ດ້ວຍວິທີແບບຄື້ນສະທ້ອນ 2 ມິຕິ ມີຈໍານວນທັງໝົດ 23 ແລວ, ມີຄວາມຍາວທັງໝົດ 8,441 ແມັດ ແລະ ການສ້າງແບບຈໍາລອງ ສະແດງຂອບຄວາມເປັນໄປໄດ້ຂອງການຍຸບໂຕຂອງໜ້າດິນ ແລະ ສັງລວມລາຍງານຜົນຂອງການສຶກສາຕໍ່ລັດຖະບານ.

ຜົນຂອງການສຶກສາ ພາກສະໜາມ ໄລຍະວັນທີ 16 ມັງກອນ ເຖິງ 6 ມີນາ 2025 ສາມາດສັງ ລວມໃຫ້ຮູ້ວ່າ: ໂຄງສ້າງຂອງຊັ້ນດິນໃນເຂດສໍາປະທານປະກອບມີ ຊັ້ນດິນໜ້າປົກ, ຊັ້ນອົມນໍ້າ, ຊັ້ນດິນໜຽວ-ຫີນຕົມ, ຊັ້ນເກືອໂປຕາສ ແລະ ຊັ້ນຫີນດານ ຕາມລໍາດັບ. ສຳລັບ ຊັ້ນດິນໜຽວ-ຫີນຕົມ ທີ່ຄາດວ່າ ເປັນຊັ້ນປ້ອງກັນ ໜາປະມານ 148 ແມັດ ແລະ ຊັ້ນເກືອໂປຕາສ ໜາປະມານ 24-95 ແມັດ; ໃນເຂດທີ່ບໍ່ມີກິດຈະກໍາການຂຸດຄົ້ນ ເຫັນວ່າ ໂຄງສ້າງຂອງຊັ້ນດິນມີຄວາມແໜ້ນໜາ ແລະ ຕໍ່ເນື່ອງ (ບໍ່ມີການຍຸບ ຫຼື ແຕກແຫງ); ເຂດທີ່ມີສະພາບດິນຍຸບຜ່ານມາ ຄາດວ່າເກີດຂຶ້ນຍ້ອນທໍາມະຊາດ ເຫັນວ່າ ເຂດດັ່ງກ່າວບໍ່ມີກິດຈະກໍາການຂຸດຄົ້ນຢູ່ໃຕ້ດິນ, ຊັ້ນດິນທີ່ຢູ່ດ້ານເທິງຊັ້ນດິນໜຽວ-ຫີນຕົມ ມີການຜຸພັງຈໍານວນໜຶ່ງ ແລະ ພົບຊັ້ນນໍ້າທີ່ຢູ່ເທິງຊັ້ນດິນໜຽວດັ່ງກ່າວ ໃນເມື່ອລະດັບນໍ້າໃຕ້ດິນ ຫຼື ນໍ້າໃນຜົ້ງ ມີການປ່ຽນແປງ ບໍ່ສາມາດເກັບຮັກສານໍ້າໄວ້ໄດ້ ຈິ່ງເປັນສາຍເຫດເຮັດໃຫ້ມີສະພາບການເກີດດິນຍຸບໂຕໂດຍທໍາມະຊາດໄດ້; ເຂດທີ່ມີກິດຈະກໍາການຂຸດຄົ້ນຢູ່ໃຕ້ດິນ ແລະ ເຂດທີ່ມີການອັດຖົມແລ້ວ ເຫັນວ່າ ໂຄງສ້າງຂອງຊັ້ນດິນສ່ວນໜຶ່ງ ມີການແຕກຫັກ ແລະ ຜຸຜັງ ໂດຍສະເພາະໃນເຂດພື້ນທີ່ຕອນກາງ ແມ່ນພົບເຫັນມີ 2 ຮອຍແຕກແຫງເປັນຈຸດດຽວກັນກັບຈຸດທີ່ເກີດມີສະພາບດິນແຕກແຫງເທິງໜ້າດິນ ໃນທ້າຍປີ 2023 ຜ່ານມາ.
ທີ່ມາ: Khammouane News
