ແຂວງອັດຕະປືຍັງປະຕິບັດບໍ່ທັນທົ່ວເຖິງ ແລະ ຍັງມີການລະເມີດ ຄຳສັ່ງ 06/ນຍ ກ່ຽວກັບການຄຸ້ມຄອງການຂຸດຄົ້ນແຮ່ທາດ

ຂ່າວສານອອນລາຍແຂວງອັດຕະປື ລາຍງານວ່າ: ວັນທີ 20 ພຶດສະພາ 2025 ນີ້, ພະແນກພະລັງງານ ແລະ ບໍ່ແຮ່ ແຂວງອັດຕະປື ໄດ້ເຜີຍແຜ່ 2 ຄໍາສັ່ງຂອງນາຍົກລັດຖະມົນຕີ ແລະ ຄຳສັ່ງຂອງເຈົ້າແຂວງ ກ່ຽວກັບການຄຸ້ມຄອງການຂຸດຄົ້ນແຮ່ທາດ ເຊິ່ງໄດ້ຮຽກເຊີນເອົາບັນດາຜູ້ປະກອບການ, ນັກທຸລະກິດ, ຮ້ານຄ້າຂາຍແຮ່ທາດ ທີ່ຢູ່ໃນຂອບເຂດການຄຸ້ມຄອງຂອງພະແນກພະລັງງານ ແລະ ບໍ່ແຮ່ ແລະ ພະນັກງານກ່ຽວຂອງພາກລັດຈຳນວນໜຶ່ງເຂົ້າຮ່ວມ.

ທ່ານ ບຸນຮອນ ໄຊຍະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ລາຍງານວ່າ: ຄໍາສັ່ງ ເລກທີ 06 /ນຍ, ລົງວັນທີ 07/03/ 2025 ແລະ ຄໍາສັ່ງ ເລກທີ 06 ຂອງທ່ານເຈົ້າເເຂວງ ອັດຕະປື ວ່າດ້ວຍການຕິດຕາມ, ກວດກາ ແລະ ການແກ້ໄຂບັນຫາ ແຮ່ຄໍາຕົກຂ້ອນ, ຫີນ ແລະ ຊາຍ ຕາມບັນດາສາຍນໍ້າ, ຮ່ອງຫ້ວຍ ແລະ ການຄຸ້ມຄອງການຂຸດຄົ້ນແຮ່ທາດຕ່າງໆ ໃນຂອບເຂດທົ່ວປະເທດກໍຄືແຂວງອັດຕະປື ເພື່ອເພີ່ມທະວີໃນການຈັດຕັ້ງປະຕິບັດ ວຽກງານການຄຸ້ມຄອງ, ກວດກາ ແລະ ແກ້ໄຂບັນຫາການພັດທະນາແຮ່ ທາດຕ່າງໆ, ລວມທັງ ແຮ່ຄໍາຕົກຂ້ອນ, ການດູດຫີນແຮ່ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຕ່າງໆ ທີ່ກຳນົດອອກໃນແຕ່ລະໄລຍະ ໂດຍສະເພາະໃນສອງຄຳສັ່ງນີ້ແມ່ນໄດ້ເນັ້ນບາງຂໍ້ທີ່ທຸກພາກສ່ວນ, ທຸກຂັ້ນ ຕ້ອງໄດ້ເອົາໃຈໃສ່ຕື່ມ. ເນື່ອງຈາກຄໍາສັ່ງດັ່ງກ່າວ ໄດ້ປະກາດໃຊ້ແລ້ວ ເປັນເວລາດົນສົມຄວນແຕ່ການປະຕິບັດຕົວຈິງຂອງທຸກພາກສ່ວນ ໃນອົງການປົກຄອງທ້ອງຖິ່ນ ການເຜີຍແຜ່ບໍ່ທັນທົ່ວເຖິງ ເຮັດໃຫ້ການຈັດ ຕັ້ງປະຕິບັດບໍ່ເປັນເອກະພາບ ເຊິ່ງເຮັດໃຫ້ມີສະພາບການລະເມີດບັນດາຂໍ້ຕ່າງໆ ທີ່ກຳນົດໃນຄຳສັ່ງ 06/ນຍ, ບໍ່ໄດ້ຮັບການແກ້ໄຂ ແລະ ຢູ່ບາງບ່ອນຍິ່ງເພີ່ມທະວີຄວາມຮ້າຍແຮງ ເຊິ່ງໄດ້ສົ່ງຜົນກະທົບຕໍ່ຜົນປະໂຫຍດລວມຂອງປະເທດຊາດ ແລະ ປະຊາຊົນ, ສັງຄົມ ແລະ ສິ່ງແວດລ້ອມ.
ດັ່ງນັ້ນ, ໃນສອງຄຳສັ່ງໄດ້ເນັ້ນໃຫ້ທຸກພາກສ່ວນໃນສັງຄົມ ຕ້ອງຈັດຕັ້ງປະຕິບັດຢ່າງເຂັ້ມງວດ ພ້ອມນີ້, ຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕ້ອງນຳເອົາຄຳສັ່ງສະບັບນີ້ ລົງເຜີຍແຜ່ເຊື່ອມຊຶມໃຫ້ກວ້າງຂວາງ ໂດຍສະເພາະ ໃຫ້ບໍລິສັດທີ່ດຳເນີນທຸລະກິດແຮ່ທາດ, ຫີນແຮ່, ຫີນຊາຍ ຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ ແລະ ພ້ອມກັນຈັດຕັ້ງປະຕິບັດ ເນື້ອໃນຄຳສັ່ງດັ່ງກ່າວໃຫ້ເປັນຮູບປະທຳ.
ໃນຄຳສັ່ງໄດ້ມອບໃຫ້ຂະແໜງການກ່ຽວຂ້ອງ ມີການເຜີຍແຜ່ແນະນຳໃຫ້ທ້ອງຖິ່ນ ຕາມຫຼັກວິຊາສະເພາະຂອງຕົນ ໂດຍສະເພາະກ່ຽວກັບການໄລ່ລຽງຄືນພັນທະລະຫວ່າງລັດ ແລະ ຜູ້ປະກອບການ, ການຊົດເຊີຍຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ, ການປັບປຸງ ຟື້ນຟູພື້ນທີ່ຄືນ ໃຫ້ສາມາດນຳໃຊ້ໄດ້. ອັນຮີບດ່ວນທີ່ສຸດ ໃຫ້ແຈ້ງໃຫ້ຂະແໜງການ, ທ້ອງຖິ່ນ ແລະ ສັງຄົມຊາບ ກ່ຽວກັບການແຈ້ງສີ້ນສຸດສັນຍາສຳປະທານໂຄງການຂຸດຄົ້ນຄຳຕົກຂ້ອນ ເພື່ອໃຫ້ທຸກພາກສ່ວນ ຊ່ວຍກັນຕິດຕາມ ກວດກາ, ຖ້າພົບເຫັນບໍລິສັດໃດມີການລະເມີດ ໃຫ້ສົ່ງຂໍ້ມູນໃຫ້ຂະແໜງການ ແລະ ທ້ອງຖິ່ນກ່ຽວຂ້ອງເພື່ອດຳເນີນການແກ້ໄຂໃນຂັ້ນຕໍ່ໄປ.
ທີ່ມາ: ຂ່າວສານອອນລາຍ ແຂວງອັດຕະປື

