ສະເຫຼີມສະຫຼອງວັນເກີດຂອງປະທານໂຮ່ຈິມິນ ຄົບຮອບ 135 ປີ

ວັນທີ 18 ພຶດສະພາ 2025 ນີ ທີ່ອະນຸສອນສະຖານປະທານໂຮ່ຈິມິນ, ບ້ານຊຽງຫວາງ ເມືອງໜອງບົກ ແຂວງຄໍາມ່ວນ, ສະຖານທູດຫວຽດນາມ ປະຈໍາລາວ ຮ່ວມກັບ ອົງການປົກຄອງແຂວງຄໍາມ່ວນ ຈັດພິທີສະເຫຼີມສະຫຼອງ ຄົບຮອບ 135 ປີ ວັນເກີດຂອງປະທານ ໂຮ່ຈິມິນ (19 ພຶດສະພາ 1890 – 19 ພຶດສະພາ 2025 ). ມີບັນດາການນໍາພັກ – ລັດ ຂັ້ນແຂວງ ແລະ ເມືອງ, ນໍາໂດຍ ສະຫາຍ ສົມສະອາດ ອຸ່ນສີດາ ກໍາມະການພັກແຂວງ, ຮອງເຈົ້າແຂວງຄໍາມ່ວນ, ສະຫາຍ ຫວຽນ ມິ ເຕິມ ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ມີກົງສູນໃຫຍ່ ສສ ຫວຽດນາມ ປະຈໍາແຂວງສະຫວັນນະເຂດ, ພ້ອມດ້ວຍສະມາຄົມມິດຕະພາບ ລາວ-ຫວຽດນາມ ແລະ ມວນຊົນໃນຂົງເຂດດັ່ງກ່າວເຂົ້າຮ່ວມ.
ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ໄດ້ກ່າວຄໍາປາໃສໂດຍຍົກໃຫ້ເຫັນເຖິງມູນເຊື້ອ ອັນດີງາມ ແລະ ການເຄື່ອນໄຫວຂອງ ປະທານໂຮ່ຈີມິນ ໃນການປະຕິບັດພາລະກິດການປະຕິວັດຕໍ່ສູ້ປົດປ່ອຍຊາດ, ປະທານໂຮ່ຈີມິນ ແມ່ນຜູ້ນໍາທີ່ສະຫຼາດສ່ອງໃສຂອງພັກ ແລະ ປະເທດຊາດ ເພິ່ນແມ່ນຜູ້ນໍາທີ່ຍິ່ງໃຫຍ່ແຫ່ງການປະຕິວັດ ຫວຽດນາມ, ແມ່ນວິລະຊົນແຫ່ງການປົດປ່ອຍຊາດ, ເປັນແບບຢ່າງຂອງນັກຮົບຄອມມູນິດສາກົນ, ເປັນເພື່ອນສະໜິດສະໜົມຂອງປະເທດຊາດທີ່ໄດ້ຕໍ່ສູ້ ເພື່ອສັນຕິພາບ ເອກະລາດ ປະຊາທິປະໄຕ ແລະ ຄວາມກ້າວໜ້າຂອງສັງຄົມໃນທົ່ວໂລກ.
ສະຫາຍ ສົມສະອາດ ອຸ່ນສີດາ ໃນນາມຕາງໜ້າການນໍາແຂວງ ໄດ້ກ່າວມີຄໍາເຫັນວ່າ : ເພື່ອເປັນການລະນຶກເຖີງບຸນຄຸນ ແລະ ຄຸນງາມຄວາມດີຂອງປະທານ ໂຮ່ຈີມິນ ໃນການຕໍ່ສູ້ກູ້ຊາດ, ການລຸກຮື້ຂື້ນປົດປອ່ຍປະເທດຊາດ, ຍາດເອົາເອກະລາດມາສູ່ກຳມືຊອງປະຊາຊົນ. ຈາກການຮ່ວມສຸກ ຮ່ວມທຸກ ດ້ວຍຄວາມຮັກປອງດອງກັນຂອງສອງກໍາລັງນັກຮົບວິລະຊົນສອງ ຊາດ ລາວ-ຫວຽດນາມ ໂດຍຜ່ານບັນດາມໍລະສຸມຕ່າງໆ ໄດ້ເຮັດໃຫ້ພວກເຮົາເຫັນວ່າການພົວພັນຮ່ວມມື ລາວ-ຫວຽດນາມ ແມ່ນການພົວພັນຮ່ວມມື ແບບໄມຕີຈິດມິດຕະພາບ ແລະ ເປັນການພົວພັນ ຮ່ວມມືສຸດທີ່ຫາຍາກ ບໍ່ວ່າໃນພາລະກິດປົກປັກຮັກສາກໍ່ຄືການສ້າງສາພັດທະນາປະເທດຊາດ ລາວ-ຫວຽດນາມ ພ້ອມກັນເພີ່ມພູນຄູນສ້າງ ສາຍພົວພັນໃຫ້ນັບມື້ນັບໜັກແໜ້ນຂຶ້ນເປັນກ້າວໆ. ຕະຫຼອດໄລຍະທີ່ຜ່ານມາພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ. ຂ້າພະເຈົ້າຮູ້ສຶກພາກພູມໃຈເປັນຢ່າງຍິ່ງທີ່ເຫັນໄດ້ຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ ລາວ-ຫວຽດນາມ, ເວົ້າສະເພາະແຂວງຄໍາມ່ວນ ແລະ ບັນດາແຂວງຂອງ ສສ ຫວຽດນາມ ນັບມື້ພັດທະນາໃຫ້ຈະເລີນງອກງາມ.

