ເກົ້າອົດເກົ້າເຍື້ອນ ຕັ້ງເປົ້າໝາຍໃຫ້ ສປປ ລາວ ເປັນສູນກາງການຄ້າຄຳໃນພາກພື້ນອາຊີ

ໂດຍ: ທິດກໍ່າ

ຕໍ່ຈາກບົດກ່ອນໜ້ານີ້້ ທິດກໍ່າໄດ້ຍົກເອົາຜົນງານຂອງພາກລັດທີ່ສຸມໃສ່ພັດທະນາປະເທດ ເພື່ອປະກາດຫລຸດພົ້ນຈາກປະເທດດ້ອຍພັດທະນາ, ມື້ນີ້ ຈະນຳເອົາອີກຜົນງານ ແລະ ເປົ້າໝາຍໜຶ່ງຂອງວຽກງານເສດຖະກິດຂອງລາວເຮົາມາເວົ້າ ໂດຍສະເພາະວຽກງານດ້ານແຮ່ທາດທີ່ມີມູນຄ່າສູງຢ່າງຄຳ ອັນເປັນຊັບສິນທີ່ຄົນທັງໂລກໃຝ່ຝັນຢາກໄດ້ມາຄອບຄອງ.

ໃນ 5 ປີຕໍ່ໜ້າ ລາວຕັ້ງເປົ້າເປັນສູນກາງດ້ານການຄ້າຄໍາ ຈະເປັນປະເທດທີ່ລໍ້າໜ້າໃນການຫລອມວັດຖຸມີຄ່າໃນພາກພື້ນອາຊີ. ຄໍາຢືນຢັນນີ້ແມ່ນໄດ້ມາຈາກຄໍາເຫັນຂອງທ່ານ ຈັນທອນ ສິດທິໄຊ ຜູ້ອໍານວຍການໃຫຍ່ທະນາຄານຄໍາລາວ ຈໍາກັດ (LBB) ໃນໂອກາດກອງປະຊຸມເຜີຍແຜ່ ແລະ ປຸກລະດົມກ່ຽວກັບການເຄື່ອນໄຫວວຽກງານທະນາຄານຄໍາ ທີ່ໄດ້ຈັດຂຶ້ນໃນວັນທີ 2 ພຶດສະພາ 2025 ຜ່ານມາ.

ສາເຫດທີ່ລາວຈະເປັນສູນກາງດ້ານການຄ້າຄໍາມັນກໍມີຢູ່ 5 ປັດໄຈຫລັກຄື: ອັນທີໜຶ່ງ ທ່າແຮງຂອງອຸດສາຫະກໍາຄໍາຂອງ ສປປ ລາວເຮົາ. ສອງ ຄວາມເປັນມາ ແລະ ໂຄງສ້າງຂອງທະນາຄານຄໍາລາວ. ສາມ ພາບລວມທຸລະກິດຂອງທະນາຄານຄໍາລາວ. ສີ່ ການຍົກລະດັບມາດຕະຖານອຸດສາຫະກໍາຄໍາ-ການສໍາຮອງຄໍາ ແລະ ການສ້າງຕັ້ງໂຮງກັ່ນຫລອມຄໍາ ແລະ ອັນທີຫ້າ ຍຸດທະສາດ, ຄາດຄະເນຜົນປະໂຫຍດຕໍ່ເສດຖະກິດຂອງປະເທດ. ທ່ານ ຈັນທອນ ສິດທິໄຊ ກ່າວຢ້ຳ.

ຢ່າງໃດກໍດີ, ເພື່ອເຮັດໃຫ້ 5 ປັດໄຈທີ່ໄດ້ກ່າວມາປາກົດຜົນເປັນຈິງ ມາໃນວັນທີ 9 ພຶດສະພາ 2025 ຜ່ານມາ ກໍໄດ້ມີພິທີເຊັນສັນຍາຮ່ວມມືວ່າດ້ວຍການສຶກສາແຜນການ ແລະ ດໍາເນີນທຸລະກິດກ່ຽວກັບແຮ່ຄໍາ-ແຮ່ຕິດພັນ ລະຫວ່າງລັດວິສາຫະກິດພັດທະນາແຮ່ທາດລາວ ແລະ ບໍລິສັດພີທີແອວໂຮນດິ້ງຈໍາກັດ ເຊິ່ງມີຈຸດປະສົງເພື່ອຮ່ວມມືຄົ້ນຄວ້າເກັບກໍາຂໍ້ມູນ ແລະ ຄັດເລືອກຊອກເຂດທີ່ມີແຮ່ທາດ ເພື່ອກ້າວເຂົ້າສູ່ຂັ້ນຕອນຂໍອະນຸຍາດລົງທຶນ ກໍຄືການສໍາຫລວດ ແລະ ຂຸດຄົ້ນປຸງແຕ່ງແຮ່ຄໍາຮອງຮັບຕໍ່ການສະໜອງໃຫ້ແກ່ໂຮງກັ່ນຫລໍ່ຄໍາຢູ່ພາຍໃນປະເທດ ກ້າວໄປສູ່ການພັດທະນາລະບົບນິເວດ ແລະ ຍົກລະດັບອຸດສາຫະກໍາຄໍາລາວແບບຄົບວົງຈອນ ເພື່ອຜົນປະໂຫຍດສູງສຸດຂອງຊາດ. ອີກປະການໜຶ່ງ ໃນການເຊັນສັນຍາຄັ້ງນີ້ແມ່ນສືບເນື່ອງມາຈາກການສ້າງຕັ້ງທະນາຄານຄໍາ ພາຍໃຕ້ວິໄສທັດ ແລະ ແນວຄິດຂອງລັດຖະບານໃຫ້ມີທະນາຄານຄໍາ ເພື່ອເປັນຄັງສະສົມສໍາຮອງແຫ່ງຊາດ ແລະ ຄໍ້າປະກັນເສດຖະກິດໃນໄລຍະຜ່ານມາ, ເຮັດໃຫ້ເກີດກິດຈະກໍາຕ່າງໆເປັນຕ່ອງໂສ້ຄົບວົງຈອນ ຈຶ່ງໄດ້ມີການສ້າງຕັ້ງໂຮງກັ່ນຫລອມຄໍາທີ່ມີກໍາລັງການຜະລິດ 150 ໂຕນຕໍ່ປີ ທີ່ທັນສະໄໝພາຍໃນປະເທດ ທີ່ຕິດອັນດັບຕົ້ນໆຂອງໂລກທີ່ສາມາດຫລອມຄໍາໄດ້ມາດຕະຖານ ຄຸນນະພາບຄວາມບໍລິສຸດ 99,99% ເຊິ່ງເປັນມາດຕະຖານ LBMA ທີ່ອຸດສາຫະກໍາຄໍາໂລກມີຄວາມຕ້ອງການ ແລະ ຍອມຮັບໃຫ້ເປັນສິນຊັບທາງດ້ານການເງິນສາກົນມາຄໍ້າປະກັນເຂົ້າໃນລະບົບເສດຖະກິດ-ການເງິນແຫ່ງຊາດໃຫ້ນັບມື້ນັບຂະຫຍາຍຕົວຂຶ້ນເທື່ອລະກ້າວ. ນີ້ຄືມິຕິໃໝ່ ທັງເປັນໜຶ່ງໃນປັດໄຈກະຕຸກຊຸກຍູ້ ແລະ ສົ່ງເສີມເສດຖະກິດ-ການເງິນຂອງລາວເຮົາໃຫ້ນັບມື້ເຂັ້ມແຂງໝັ້ນຄົງ ແລະ ຂະຫຍາຍຕົວດີຂຶ້ນ.

ໃນອະນາຄົດ ຄາດວ່າເງິນກີບລາວຈະນັບມື້ແຂງຄ່າ, ລາຄາສິນຄ້າກໍອາດຫລຸດລົງ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າກໍຈະນັບມື້ດີຂຶ້ນ, ປະເທດຊາດກໍຈະນັບມື້ຮັ່ງມີເຂັ້ມແຂງ, ສົມກັບຄໍາພັງເພີຍຂອງເຖົ້າແກ່ບູຮານພາກັນເວົ້າວ່າ: ເກົ້າອົດເກົ້າເຍື້ອນຫາກຊິໄດ້ທ່ອນຄໍາ. ພິເສດສິນຊັບທີ່ເປັນກ້ອນຄໍາທີ່ຈະເອົາໄປຄໍ້າປະກັນຕໍ່ເສດຖະກິດຂອງ ສປປ ລາວ ຢູ່ທະນາຄານໂລກກໍຈະນັບມື້ເພີ່ມຈາກ 800 ກິໂລ ທີ່ມີໃນປັດຈຸບັນ ຂຶ້ນເປັນຫລາຍສິບຫລາຍຮ້ອຍ ຫລືວ່າ ເປັນໝື່ນເປັນເສນເກົ້າທົບສິບທົບສົມກັບສາຍານາມວ່າ: ປະເທດ ສປປ ລາວ ເປັນໜຶ່ງໃນບັນດາປະເທດທີ່ມີຄໍາຫລາຍທີ່ສຸດໃນພາກພື້ນ ແລະ ໃນໂລກ.