ຫາລືສະເໜີແຂວງຫຼວງພະບາງຮັບລາງວັນ ຈຸດໝາຍປາຍທາງການທ່ອງທ່ຽວຈາກອົງການ Green Destination

ວັນທີ 15 ພຶດສະພາ 2025 ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມ ປຶກສາຫາລື-ແລກປ່ຽນ ໃນການສະເໜີແຂວງຫຼວງພະບາງ ຮັບລາງວັນຈຸດໝາຍປາຍທາງການທ່ອງທ່ຽວ ຈາກອົງການປາຍທາງສີຂຽວ (Green Destination), ມີທ່ານ ຊູວິດ ມິດຊອບ ຮອງຜູ້ອໍານວຍການອົງການບໍລິຫານພື້ນທີ່ພິເສດ ເພື່ອພັດທະນາການທ່ອງທ່ຽວແບບຍືນຍົງ ປະເທດໄທ, ທ່ານ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ, ພ້ອມດ້ວຍຜູ້ຕາງໜ້າພະແນກການຂອງແຂວງ ແລະນະຄອນ ຫຼວງພະບາງ ເຂົ້າຮ່ວມ.

ທ່ານ ນາງ ສຸດາພອນ ຄົມທະວົງ ມີຄຳເຫັນວ່າ: ຫຼວງພະບາງ ຫາໄດ້ຮັບລາງວັນ ໜຶ່ງໃນຮ້ອຍເລື່ອງລາວ ຈຸດໝາຍປາຍທາງການທ່ອງທ່ຽວ ທີ່ດີເດັ່ນຂອງໂລກ ປີ 2025 ເປັນສິ່ງທີ່ສະແດງໃຫ້ເຫັນເຖິງຄວາມພະຍາຍາມຂອງທຸກພາກສ່ວນ ໃນການຍົກລະດັບ ຄຸນນະພາບຂອງການທ່ອງທ່ຽວພາຍໃນແຂວງໃຫ້ສູງຂຶ້ນ ຕາມວິໄສທັດໃນການພັດທະນາ, ສົ່ງເສີມ ແລະຄຸ້ມຄອງການທ່ອງທ່ຽວແຂວງຫຼວງພະບາງ ທີ່ໄດ້ກຳນົດໄວ້ວ່າ “ຮອດປີ 2029 ຈະສ້າງໃຫ້ຫຼວງພະບາງກາຍເປັນ ຈຸດໝາຍປາຍທາງການທ່ອງທ່ຽວທີ່ມີຄຸນນະພາບ, ທັນສະໄໝ, ຍືນຍົງ ພ້ອມທັງເຊື່ອມໂຍງກັບພາກພື້ນ ແລະ ສາກົນ”. ເຊິ່ງການມອບ-ຮັບລາງວັນ ໄດ້ຈັດຂື້ນໃນງານມະຫາກຳການທ່ອງທ່ຽວ ທີ່ນະຄອນເບີລິນ ຫຼື ITB Berlin 2025.

ກອງປະຊຸມໃນຄັ້ງນີ້ ເປັນການທົບທວນ ແລະສອບຖາມບັນດາຂໍ້ມູນ ທີ່ກ່ຽວຂ້ອງກັບບັນດາມາດຖານ, ເງື່ອນໄຂ ແລະຕົວຊີ້ວັດຕ່າງໆຄືນ ທີ່ງຊ່ຽວຊານຜູ້ປະເມີນເຫັນວ່າ ຍັງຕ້ອງການຂໍ້ມູນເພີ່ມຕື່ມ ຫຼື ຍັງບໍ່ພຽງພໍ ເພື່ອໃຊ້ເປັນບ່ອນອີງ ໃຫ້ແກ່ການຢັ້ງຢືນຈຸດໝາຍປາຍທາງການທ່ອງທ່ຽວທີ່ຍືນຍົງ ເຊິ່ງຄະນະຮັບຜິດຊອບ ໄດ້ສັງລວມ ແລະສົ່ງໃຫ້ກອງເລຂາອົງການ ໃນທ້າຍເດືອນເມສາທີ່ຜ່ານມາ. ໂອກາດນີ້ ທ່ານຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມ ຈົ່ງຊ່ວຍກັນປະກອບຄຳເຫັນ ແລະໃຫ້ຂໍ້ມູນແກ່ຊ່ຽວຊານຜູ້ປະເມີນ ຢ່າງກວ້າງຂວາງ ແລະເລິກເຊິ່ງ ເຮັດໃຫ້ຂໍ້ມູນມີຄວາມຖືກຕ້ອງ, ຄົບຖ້ວນ ແລະສົມບູນ ເພື່ອໃຊ້ເປັນບ່ອນອີງໃຫ້ແກ່ການປະເມີນ ແລະເຮັດໃຫ້ຫຼວງພະບາງ ໄດ້ຖືກຢັ້ງຢືນເປັນຈຸດໝາຍປາຍທາງການທ່ອງທ່ອງທ່ຽວທີ່ຍືນຍົງຈາກອົງການປາຍທາງສີຂຽວ (Green Destination) ເຊິ່ງຖືວ່າ ເປັນເປົ້າ ໝາຍຫຼັກ ໃນການຈັດຕັ້ງປະຕິບັດໂຄງການຢູ່ແຂວງຫຼວງພະບາງ ທັງສາມາດເອກອ້າງ ແລະຍົກສູງບົດບາດຂອງຫຼວງພະບາງ ໃຫ້ພົ້ນເດັ່ນຍິ່ງຂຶ້ນໃນເວທີສາກົນ.