ຄວາມສີວິໄລ ຢ່າໃຫ້ເປັນພຽງພາບມາຍາຊ້ອນທັບຄວາມຫຍຸ້ງຍາກຂອງປະຊາຊົນ

ໂດຍ: ຜາຕຸງ
ແຕ່ລະປີການສັນຈອນໄປມາຕາມທ້ອງຖະໜົນຫຼວງສາຍຕ່າງໆ ນັບທັງທາງບຸກເບີກໃໝ່ ທາງປູດິນແດງ ທາງປູຢາງ ລວມທັງທາງເບຕົງເສີມເຫຼັກ ກໍວ່າມີຄວາມຫຍຸ້ງຍາກຢູ່ແລ້ວ ຢາກນຳຂີ້ຝຸ່ນໃຫງ່ກຸ້ມ, ທາງເປັນບວກເປັນຂຸມນ້ອຍໃຫຍ່ ທາງຄັບແຄບ ແຕ່ພໍເມື່ອຮອດລະດູຝົນມາເທື່ອໃດຊ້ຳພັດຍິ່ງເຮັດໃຫ້ການສັນຈອນໄປມາຕາມເສັ້ນທາງຄົມມະນາຄົມທີ່ວ່າມີຄວາມຫຍຸ້ງຍາກຢູ່ແລ້ວນັ້ນພັດຍິ່ງເພີ່ມຄວາມຫຍຸ້ງຍາກຂຶ້ນຕື່ມອີກ ບໍ່ຈັກບວກ ຈັກຂຸມນ້ອຍໃຫຍ່ ບໍ່ຈັກວ່າຂີ້ຕົມ ບໍ່ຈັກວ່ານ້ຳຖ້ວມຂັງແລະອື່ນໆ ຍິ່ງເພີ່ມຄວາມຫຍຸ້ງຍາກຂຶ້ນກວ່າເກົ່າອີກຫຼາຍເທົ່າ ນັ້ນເວົ້າສະເພາະແຕ່ເສັ້ນທາງລົດລາບພາຫະນະອື່ນໆທົ່ວໄປ.
ສ່ວນເສັ້ນທາງທີ່ແມ່ນຈຸດລອດທາງລົດໄຟເປັນບັນຫາທີ່ພວກເຮົາຢາກເວົ້າເຖິງ ແລະ ຢາກໃຫ້ເບິ່ງຄືນ ເພາະຫຼາຍບ່ອນເປັນບ່ອນຫຼຸບລົງຈາກທາງເດີມຫຼາຍ ຊັງຕີແມັດ ທາງຖືກຂຸດລົງເພື່ອໃຫ້ຫວິດແລະມີຄວາມປອດໄພຈາກເສັ້ນທາງລົດໄຟນັ້ນເໝືອນຈະດີ ແຕ່ເມື່ອຮອດລະດູຝົນມາເສັ້ນທາງລອດທາງລົດໄຟຫລາຍແຫ່ງກາຍເປັນນໍ້າແກ່ງ ເກີດມີນໍ້າຖ້ວມຂັງປະຊາຊົນໄປມາລ້ວນແຕ່ມີຄວາມຫຍຸ້ງຍາກຫຼາຍ ຖ້າທ່ານໃດບໍ່ທັນໄດ້ຜ່ານມໄປນັ້ນ ກໍຈົ່ງໄປຜ່ານລອງເບິ່ງເອົາຈຸດໃກ້ໆມໍ່ໆ ໂດຍສະເພາະຢູ່ເຂດ ດົງຊຽງດີນີ້ກໍໄດ້ ແລ້ວຈະເຫັນເຖິງຄວາມຫຍຸ້ງຍາກໃນການໄປມາຂອງປະຊາຊົນໃນເຂດນັ້ນວ່າມີຄວາມຫຍຸ້ງຍາກພຽງໃດ.
ບັນຫານີ້ບໍ່ແມ່ນມັນເກີດຂື້ນມື້ນີ້ມື້ວານ ມັນເກີດມາດົນຫຼາຍປີແລ້ວ ແລະ ເກີດມາພ້ອມກັບ ເສັ້ນທາງລົດໄຟ ລາວ – ຈີນພຸ້ນລະ ເວົ້າແນວນີ້ບໍ່ແມ່ນມີເຈຕະນາ ທັບຖົມໂຈມຕີ ແລະ ໃສ່ຮ້າຍປ້າຍສີ ພາກສ່ວນໃດ ອົງກອນໃດໜຶ່ງດອກ ເປັນພຽງຍົກໃຫ້ເຫັນເຖິງຄວາມລຳບາກຫຍຸ້ງຍາກ ແລະ ຄວາມເດືອດ ຮ້ອນຂອງປະຊາຊົນ ເພື່ອຊອກຫາທາງອອກທີ່ເໝາະສົມຊ່ວຍກັນ, ຫາກຜິດກໍ່ຕ້ອງຂໍອາໄພນຳທຸກພາກສ່ວນ, ບໍ່ແມ່ນແຕ່ຢູ່ຈູດນີ້ຈຸດດຽວ ມັນເກີດມີຢູ່ຫຼາຍຈຸດຫຼາຍບ່ອນ ແລະປະຊາຊົນກໍ່ໄດ້ນຳສະເໜີຫາພາກສ່ວນກ່ຽວຂ້ອງຊ່ວຍພິຈາລະນາແກ້ໄຂມາດົນແລ້ວແຕ່ກໍ່ຍັງບໍ່ເຫັນເພິ່ນໄປແກ້ໄຂຫຍັງເທື່ອ.
ຈິງຢູ່ວ່າການສ້າງທາງລົດໄຟໄດ້ນຳເອົາຄວາມຈະເລີນສີວິໄລມາສູ່ປະເທດຊາດ ແຕ່ກໍຕ້ອງເບິ່ງວ່າການດຳລົງຊີວິດຂອງປະຊາຊົນພື້ນຖານຈະເປັນຄືແນວໃດ ໄດ້ຮັບຄວາມເດືອດຮ້ອນແນວໃດ ແລ້ວຈະແກ້ໄຂແນວໃດຊ່ວຍໃຫ້ເຂົາເຈົ້າໄປມາໄດ້ສະດວກດີຂຶ້ນ, ຂໍຍົກເອົາຈູດເສັ້ນທາງລອດທາງລົດໄຟຢູ່ ຈຸດບ້ານດົງຊຽງດີ ເມືອງໄຊທານີ ມາເປັນຕົວຢ່າງໃຫ້ເຫັນນຳກັນເນາະ ເສັ້ນທາງຈຸດນີ້ເມື່ອກ່ອນກໍເປັນທາງປົກກະຕິທົ່ວໄປ ແຕ່ຍ້ອນວ່າເພີ່ນຂຸດລົງຈາກໜ້າດິນລົງໄປປະມານ2-3ແມັດ ເມື່ອຝົນຕົກລົງມາກໍເກີດເປັນໜອງນ້ຳທີ່ບໍ່ສາມາດລ້ຽງປາໃສ່ໄດ້ ລົດຈັກ, ລົດເກງນ້ອຍໃຫຍ່ໄປມາລໍາບາກ, ປະຊາຊົນໃນເຂດນັ້ນມີຄວາມເດືອດຮ້ອນຫລາຍໂດຍສະເພາະແມ່ນປະຊາຊົນທີ່ຂີ່ລົດຈັກໄປມາທໍາມາຫາກິນ, ລູກຫຼານໄປໂຮງຮຽນ, ໄປໂຮງໝໍແລະອື່ນໆ ນອກຈາກຈຸດລອດທາງລົດໄຟ ຢູ່ບ້ານດົງຊຽງດີແລ້ວ ຍັງມີອີກຫຼາຍໆຈຸດທີ່ຕົກຢູໃນສະພາບດຽວກັນ.
ນີ້ເປັນເຫດການເລີ່ມຕົ້ນຂອງລະດູຝົນເທົ່ານັ້ນ, ນັບແຕ່ທ້າຍເດືອນ ພຶດສະພານີ້ໄປ ກໍກ້າວເຂົ້າສູ່ຢາມຝົນເຕັມອັດຕາແລ້ວ ຈະມີຝົນຫຼາຍຂຶ້ນ ຍິ່ງຈະເຮັດໃຫ້ນໍ້າຖ້ວມ, ນໍ້າອັ່ງຢູ່ບ່ອນນີ້ຫລາຍກວ່າເກົ່າອີກ ອາດຈະເຮັດໃຫ້ການໄປມາຍິ່ງຫຍຸ້ງຍາກຕື່ມອີກ ແລ້ວຈະມີວິທີການແກ້ໄຂແນວໃດ? ໃນຫລາຍປີຜ່ານມາບັນຫານີ້ພວກເຂົາເຈົ້າກໍໄດ້ສະເໜີຜ່ານນາຍບ້ານຂຶ້ນໄປຫາເມືອງຕາມລໍາດັບມາແລ້ວແຕ່ກໍບໍ່ມີຄໍາຕອບຫຍັງ ແລະ ຍັງບໍ່ຮູ້ວ່າເພິ່ນຊິແກ້ໄຂດ້ວຍວິທີໃດປະຊາຊົນກໍຄອງຄອຍມາດົນນານແລ້ວ ຂໍໃຫ້ພາກສ່ວນກ່ຽວຂ້ອງເອົາໃຈໃສ່ລົງໄປແກ້ໄຂໃຫ້ພວກເຂົາເຈົ້າແນ່ຈະເຮັດດ້ວຍວິທີໃດກໍສຸດແລ້ວແຕ່ວິຊາການຂອງເພີ່ນຂໍແຕ່ໃຫ້ໄດ້ໄປມາສະດວກສະບາຍໃນລະດູຝົນນກໍພໍ ເພາະມັນເຕັມທີຫລາຍແລ້ວ.
