ທາບທາມຄຳເຫັນຕໍ່ຮ່າງດຳລັດ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ

ວັນທີ 14 ພຶດສະພາ 2025 ນີ້ ກົມພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ ຈັດກອງປະຊຸມທາບທາມຄໍາເຫັນ ຕໍ່ຮ່າງດຳລັດ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ (ສະບັບປັບປຸງ) ຢູ່ແຂວງຫຼວງພະບາງ ໂດຍການເປັນປະທານຮ່ວມຂອງທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງ ກະສິກຳ ແລະ ປ່າໄມ້, ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໄຊຍະບູລີ, ທ່ານ ສີວິໄລ ປັນແກ້ວ ຮອງເຈົ້າແຂວງຫຼວງນໍ້າທາ, ທ່ານ ສຸກສະຫວາດ ວົງພູມເຫຼັກ ຮອງເຈົ້າແຂວງໄຊສົມບູນ; ມີບັນດາຜູ້ຕາງໜ້າຈາກບັນດາກົມກະຊວງ-ອົງການຂັ້ນສູນກາງ ພ້ອມດ້ວຍບັນດາພະແນກການທີ່ກ່ຽວຂ້ອງຈາກ 8 ແຂວງພາກເໜືອເຂົ້າຮ່ວມ.
ຕະຫຼອດໄລຍະຜ່ານມາພັກ, ລັດ, ຖືເອົາວຽກພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ເປັນວຽກຍຸດທະສາດສໍາຄັນ ໂດຍໄດ້ວາງນະໂຍບາຍ ແລະ ອອກມະຕິ, ຄໍາສັ່ງ ເປັນແຕ່ລະໄລຍະ, ລັດຖະບານໄດ້ຜັນຂະຫຍາຍອອກເປັນດຳລັດ ວ່າດ້ວຍມາດຕະຖານຄວາມທຸກຍາກ ແລະ ມາດຕະຖານພັດທະນາ ໃນປີ 2009 ແລະ ໄດ້ມີການປັບປຸງ ມາດຕະຖານດັ່ງກ່າວ ຕາມຄວາມຮຽກຮ້ອງຕ້ອງການຂອງແຕ່ລະໄລຍະ ຈຳນວນ 3 ຄັ້ງ ຄື: ຄັ້ງທີ 1 ປີ 2012, ຄັ້ງທີ 2 ປີ 2013 ແລະ ຄັ້ງທີ 3 ປີ 2017; ສຳລັບຮ່າງດຳລັດວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາສະບັບປັບປຸງ ທີ່ທາບທາມຄັ້ງນີ້ ຕາມການຄົ້ນຄວ້າ ປຶກສາຫາລື ແລະ ເປັນເອກະພາບ ກ່ຽວກັບ ຊື່ ແລະ ໂຄງປະກອບຂອງດຳລັດໃຫ້ຮັກສາໄວ້ຄືເກົ່າ ຄືມີ 6 ໝວດ 19 ມາດຕາ ເພື່ອລະດົມຄວາມຄິດເຫັນຂອງຂະແໜງການຂັ້ນທ້ອງຖິ່ນ ປະກອບເຂົ້າໃນຮ່າງດັາລັດດັ່ງກ່າວໃຫ້ສອດຄ່ອງກັບສະພາບການພັດທະນາຕົວຈິງຂອງທ້ອງຖິ່ນ, ພາກພື້ນ ແລະ ສາກົນ, ສ້າງຄວາມເປັນເອກະພາບ ລະຫວ່າງ ບັນດາກະຊວງ, ອົງການທຽບເທົ່າ ແລະ ອົງການປົກຄອງທ້ອງຖິ່ນ ທີ່ມີມາດຕະຖານຕິດພັນກັບ ຮ່າງດຳລັດ ວ່າດ້ວຍ ມາຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ.
ພ້ອມດຽວກັນນີ້, ກອງປະຊຸມຈະໄດ້ ຄົ້ນຄວ້າລົງເລິກ ກ່ຽວກັບໂຄງປະກອບ ແລະ ເນື້ອໃນໃຫ້ຈະແຈ້ງ, ເປັນລະບົບຕໍ່ເນື່ອງ, ມີຈຸດສຸມ, ຮັບປະກັນຄວາມເປັນເອກະພາບໃນການປະສານສົມທົບຢ່າງກົມກຽວ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນໃນການກຳນົດມາດຕະຖານ ທີ່ບັນຈຸໃນດໍາລັດ ສະບັບປັບປຸງ ເພື່ອເຮັດໃຫ້ການສ້າງຮ່າງດໍາລັດສະບັບນີ້ ດໍາເນີນຢ່າງຖືກຕ້ອງ ແລະ ສອດຄ່ອງກັບຂັ້ນຕອນການສ້າງນິຕິກຳ ແລະ ສອດຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນ.

