ລາວ-ໄທ ກວດກາພື້ນທີ່ຊາຍແດນໃນສະພາບທີ່ເຄັ່ງຮ້ອນ ເຂດໄຊຍະບູລີ-ບໍ່ແກ້ວ ກັບ ພະເຍົາ-ຊຽງຣາຍ

ຂ່າວ ປກສ ແຂວງບໍ່ແກ້ວ ລາຍງານວ່າ: ລະຫວ່າງ ວັນທີ 9-11 ພຶດສະພາ 2025 ຜ່ານມານີ້ ແຂວງໄຊຍະບູລີ ແລະ ແຂວງບໍ່ແກ້ວ ສປປ ລາວ ກັບ ຈັງຫວັດພະເຍົາ ແລະ ຈັງຫວັດຊຽງຣາຍ ຣາຊະອານາຈັກໄທ ກວດກາພື້ນທີ່ຊາຍແດນຮ່ວມ ລາວ-ໄທ ປະຈຳປີ 2025 ຝ່າຍລາວນໍາໂດຍ ພັທ ສຸພາເວດ ສຸກເລື່ອງຄໍາ ເລຂານຸການຄະນະອະນຸກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ, ຝ່າຍໄທນໍາໂດຍ ພັນເອກ ວຸດທິພັດ ປຣັດຖາວອນ ເລຂານການຄະນະອະນຸກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ແລະ ພາກສ່ວນທີ່ກ່ຽວຂອງເຂົ້າຮ່ວມ.

ຜົນຂອງການກວດກາ ຄັ້ງນີ້ ສອງຝ່າຍເອກະພາບແຜນການກວດກາພື້ນທີ່ຮ່ວມກັນ ແລະ ໄດ້ຮັບຟັງການບັນຍາຍ ສະພາບການພື້ນທີ່ ຢູ່ຈຸດດ່ານ ປາງມອນ-ບ້ານສາຍພົວພັນລາວ-ໄທ ແລະ ການຮັກສາຄວາມສະຫງົບຮຽບຮ້ອຍ, ຄວາມໝັ້ນຄົງ ຂອງສອງປະເທດພ້ອມທັງສະໜັບສະໜູນໃຫ້ມີ ການອອກຂ່າວກ່ຽວຂ້ອງກັບ ການເຄື່ອນໄຫວຂອງກົນໄກການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍ ແລະ ກົນໄກການຮ່ວມມືໃນການແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ລາວ-ໄທ ທັງໃນລະດັບສູນກາງ ແລະ ທອງຖິ່ນ.

ການລົງກວດກາຄັ້ງນີ້ ເປັນການກວດກາໃນສະພາບທີ່ເຄັ່ງຮ້ອນ ແຕ່ທັງສອງຝ່າຍ ຢືນຢັນປະຕິບັດຕາມ ຂໍ້ຕົກລົງວ່າດ້ວຍການຮ່ວມມືດ້ານຄວາມໝັ້ນຄົງບໍລິເວນຊາຍແດນລາວ-ໄທ ສະບັບໃໝ່ ໂດຍບໍ່ອະນຸຍາດໃຫ້ບຸກຄົນ, ກຸ່ມຄົນທີ່ເປັນໄພຕໍ່ຄວາມໝັ້ນຄົງ ລາວ-ໄທ ມາໃຊ້ພື້ນທີ່ພາຍໃຕ້ ເຂດອະທິປະໄຕຂອງຕົນ ເຄື່ອນໄຫວເພື່ອໂຈມຕີ ແລະ ທຳລາຍອີກຝ່າຍໜຶ່ງ; ຫາກມີບຸກຄົນ, ກຸ່ມຄົນທີ່ເປັນໄພຕໍ່ຄວາມໝັ້ນຄົງ ລາວ-ໄທ ມາເຄື່ອນໄຫວ ຫຼື ຕັ້ງຖິ່ນຖານຢູ່ໃນພື້ນທີ່ຂອງຝ່າຍໃດຝ່າຍໜຶ່ງ ແມ່ນໃຫ້ຝ່າຍນັ້ນແກ້ໄຂໂດຍໄວ ບົນພື້ນຖານຫຼັກການ, ພາຍໃຕ້ຂອບກົດໝາຍຂອງແຕ່ລະຝ່າຍ ແລະ ກົດໝາຍລະຫວ່າງປະເທດ ເຊິ່ງຄັ້ງນີ້ບໍ່ມີຜົນທາງດ້ານກົດໝາຍກ່ຽວຂ້ອງ ກັບການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ລາວ-ໄທ, ໄທ-ລາວ.

ທີ່ມາ: ປກສ ແຂວງບໍ່ແກ້ວ