ມອບ-ຮັບໂຮງພິມສຳນັກພິມ ແລະ ຈຳໜ່າຍປຶ້ມແຫ່ງລັດ

ພິທີມອບ-ຮັບ ໂຮງພິມສຳ ນັກພິມ ແລະ ຈຳໜ່າຍປຶ້ມແຫ່ງ ລັດ ໄດ້ມີຂຶ້ນ ໃນວັນທີ 12 ທັນ ວານີ້, ລະຫວ່າງກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວກັບ ຫ້ອງວ່າ ການສູນກາງພັກຄອມມູນິດ ຫວຽດນາມ ຕາງໜ້າມອບໂດຍ ທ່ານ ຟ້າມ ຈີ້ ແທັງ ຜູ້ອຳນວຍ ການ-ບັນນາທິການໃຫຍ່ສຳ ນັກພິມການເມືອງແຫ່ງຊາດ ຊື້ເທິດ ສສ ຫວຽດນາມ ແລະ ຮັບໂດຍ ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ໂດຍມີພາກ ສ່ວນກ່ຽວຂ້ອງ ຂອງທັງສອງ ຝ່າຍເຂົ້າຮ່ວມ.

 

+ ຖວທ ເຊກອງມອບໂທລະໂຄ່ງໃຫ້ບ້ານທົ່ງແຄນ

+ ລາວ-ຫວຽດນາມ ທົບທວນການຮ່ວມມືວຽກງານຕ່າງປະເທດ

ໂຮງພິມສຳນັກພິມ ແລະ ຈຳໜ່າຍປຶ້ມແຫ່ງລັດຕັ້ງຢູ່ ບ້ານຕານມີໄຊ ຮ່ອມ 28/1 ເມືອງໄຊທານີ ນະຄອນຫລວງ ວຽງຈັນ, ໂດຍໄດ້ຮັບການ ຊ່ວຍເຫລືອຈາກລັດຖະບານ ຫວຽດນາມລວມມູນຄ່າການ ກໍ່ສ້າງທັງໝົດ 25 ຕື້ກວ່າ ດົງ ໂຄງການດັ່ງກ່າວ, ແມ່ນ ໄດ້ປັບປຸງເອົາສາງເຄື່ອງມາ ເປັນໂຮງພິມ, ມີເນື້ອທີ່ທັງໝົດ 400 ຕາແມັດ ແລະ ປະກອບ ເຄື່ອງຈັກ, ອຸປະກອນການພິມ ແລະ ສ້າງລະບົບສາຍສົ່ງໄຟ ຟ້າໃໝ່ເພື່ອໃຫ້ຮັບປະກັນ ຄວາມປອດໄພ ຂອງຂະບວນ ການຈັດພິມແນໃສ່ໃຫ້ສຳນັກ ພິມ ແລະ ຈຳໜ່າຍປຶ້ມແຫ່ງ ລັດໄດ້ນຳໃຊ້ຈັດພິມບັນດາ ປຶ້ມ, ໝັງສືພິມ, ວາລະສານ ແລະ ຜະລິດຕະພັນວັດທະ ນະທຳອື່ນໆ ໃຫ້ມີຄວາມສະ ດວກ, ສະບາຍ, ວ່ອງໄວ, ທັນສະໄໝຂຶ້ນ.

ພ້ອມດຽວກັນນີ້, ສຳນັກ ຊື້ເທິດຍັງໄດ້ມອບຄອມພິວ ເຕີຕັ້ງໂຕະ ແລະ ໂນດບຸກ ຈຳນວນໜຶ່ງໃຫ້ແກ່ສຳນັກ ພິມ ແລະ ຈຳໝ່າຍປຶ້ມແຫ່ງ ລັດຕື່ມອີກລວມມູນຄ່າ300 ລ້ານດົງ.