ແຂວງວຽງຈັນ ເຂັ້ມງວດໃຫ້ທຸກພາກສ່ວນພ້ອມກັນປະຕິບັດຄຳສັ່ງຂອງນາຍົກ 06/ນຍ ພ້ອມຢຸດບັນຫາແຮ່ຄຳຕົກຂ້ອນ

ຂ່າວແຂວງວຽງຈັນ ລາຍງານວ່າ: ວັນທີ 9 ພຶດສະພາ 2025 ຜ່ານມານີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່ຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ, ລົງວັນທີ 7 ມີນາ 2025 ວ່າດ້ວຍການຕິດຕາມ, ກວດກາ ແລະ ການແກ້ໄຂບັນຫາ ແຮ່ຄໍາຕົກຂ້ອນ, ຫີນ ແລະ ຊາຍ ຕາມບັນດາສາຍນໍ້າ, ຮ່ອງຫ້ວຍ ແລະ ການຄຸ້ມຄອງການຂຸດຄົ້ນແຮ່ທາດຕ່າງໆ ໃນຂອບເຂດທົ່ວປະເທດ ແລະ ການຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 47/ນຍ, ລົງວັນທີ 25 ເມສາ 2025 ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດ ເພື່ອກວດກາ, ສະກັດກັ້ນ ແລະ ແກ້ໄຂບາງປະກົດການຫຍໍ້ທໍ້ໃນຂົງເຂດເສດຖະກິດ-ສັງຄົມ ໃນຂອບເຂດທົ່ວປະເທດ ພາຍໃຕ້ການເປັນປະທານຂອງ ທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງວຽງຈັນ.
ທ່ານ ຮອງເຈົ້າແຂວງວຽງຈັນ ໄດ້ກ່າວວ່າ: ການຈັດກອງປະຊຸມເຜີຍແຜ່ຄັ້ງນີ້ ໂດຍປະຕິບັດຕາມທິດຊີ້ນຳຂອງການນຳຂັ້ນແຂວງກໍ່ຄືກອງປະຊຸມຂອງຄະນະປະຈຳພັກແຂວງ ແລະ ການຊີ້ນຳຂອງທ່ານເຈົ້າແຂວງວຽງຈັນ ເພື່ອເປັນການສືບຕໍ່ຜັນຂະຫຍາຍບັນດານິຕິກຳສຳຄັນຂອງຂັ້ນເທິງ, ຜັນຂະຫຍາຍເຂົ້າຢູ່ວຽກງານຕົວຈິງ ແລະ ພ້ອມກັນສືບຕໍ່ຊຸກຍູ້, ຕິດຕາມ, ຜັນຂະຫຍາຍຄຳສັ່ງດັ່ງກ່າວ ໃຫ້ປະກົດຜົນເປັນຈິງ. ເພື່ອເປັນການຄົ້ນຄວ້າ, ປຶກສາຫາລື ຢູ່ຂົງເຂດແຂວງວຽງຈັນໃຫ້ມີຜົນສຳເລັດ. ພ້ອມນີ້ທ່ານຍັງໄດ້ໃຫ້ກຽດເຜີຍແຜ່ເນື້ອໃນຂອງຄຳສັ່ງ ສະບັບເລກທີ 06/ນຍ, ໂດຍໄດ້ເນັ້ນບາງຂໍ້ທີ່ຕ້ອງໄດ້ເອົາໃຈໃສ່ ໃນການເຜີຍແຜ່ຄຳສັ່ງສະບັບດັ່ງກ່າວໃຫ້ທົ່ວເຖິງ, ການຈັດຕັ້ງປະຕິບັດບໍ່ເປັນເອກະພາບ ຊຶ່ງເຮັດໃຫ້ມີສະພາບການລະເມີດບັນດາຂໍ້ຕ່າງໆ ທີ່ກຳນົດໃນຄຳສັ່ງ 06/ນຍ, ບັນຫາບໍ່ໄດ້ຮັບການແກ້ໄຂ ແລະ ຢູ່ບາງບ່ອນຍິ່ງເພີ່ມທະວີຄວາມຮ້າຍແຮງ ຊຶ່ງໄດ້ສົ່ງຜົນກະທົບຕໍ່ຜົນປະໂຫຍດລວມຂອງປະເທດຊາດ ແລະ ປະຊາຊົນ, ສັງຄົມ ແລະ ສິ່ງແວດລ້ອມ.
ທ່ານ ສີວຽງໄຊ ອໍລະບູນ ຫົວໜ້າຫ້ອງວ່າການແຂວງ ໄດ້ຜ່ານຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 47/ນຍ, ລົງວັນທີ 25 ເມສາ 2025 ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ຄົ້ນຄວ້າ ຜັນຂະຫຍາຍ ເພື່ອກະກຽມແຕ່ງຕັ້ງຄະນະສະເພາະກິດຂັ້ນແຂວງ.
ທ່ານ ຮອງເຈົ້າແຂວງວຽງຈັນ ໄດ້ເນັ້ນຄືນຄວາມໝາຍຄວາມສຳຄັນຂອງຄຳສັ່ງສະບັບນີ້ ເຊິ່ງເປັນທິດຊີ້ນຳຂອງກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ, ຄວາມເປັນເອກະພາບຂອງລັດຖະບານ, ເປັນໜ້າທີ່ ແລະ ພັນທະຂອງການນຳ, ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ທີ່ຈະຕ້ອງຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ. ແຕ່ເພື່ອໃຫ້ເປົ້າໝາຍຕ່າງໆເຂົ້າໃຈ ຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕ້ອງນຳເອົາຄຳສັ່ງສະບັບນີ້ ເຜີຍແຜ່ເຊື່ອມຊຶມໃຫ້ກວ້າງຂວາງ ໂດຍສະເພາະ ໃຫ້ບໍລິສັດທີ່ດຳເນີນທຸລະກິດແຮ່ທາດ, ຫີນແຮ່, ຫີນຊາຍ ຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ ພ້ອມກັນຈັດຕັ້ງປະຕິບັດ ເນື້ອໃນຄຳສັ່ງດັ່ງກ່າວໃຫ້ເປັນຮູບປະທຳ.

