ຕວກກີຂໍໃຫ້ທົ່ວໂລກຮັບຮອງເຢລູຊາເລມ ຕາເວັນອອກເປັນເມືອງຫລວງປາແລັສຕິນ

ທາງການຕວກກີຮຽກຮ້ອງໃນວັນທີ 13 ທັນວານີ້ ໃຫ້ທົ່ວໂລກຮັບຮອງສະຖານະເຢລູຊາເລມຕາເວັນອອກເປັນເມືອງຫລວງຂອງລັດປາແລັສຕິນ, ຂະນະເປີດກອງປະຊຸມປະເທດອິດສະລາມ ເຊິ່ງມີຂຶ້ນເພື່ອຕອບໂຕ້ທີ່ອາເມລິກາປະກາດຮັບຮອງເຢລູຊາເລມເປັນເມືອງຫລວງອິດສະລາແອນ.
ທ່ານ ເມຟລຸດ ຄາວູໂຊກລູ ລັດຖະມົນຕີຕ່າງປະເທດຕວກກີ ກ່າວໃນກອງປະຊຸມລັດຖະມົນຕີຕ່າງປະເທດກ່ອນໜ້າກອງປະຊຸມສຸດຍອດຢ່າງເຕັມຮູບແບບວ່າ: ທຸກປະເທດຕ້ອງຮັບຮອງສະຖານະລັດປາແລັສຕິນກ່ອນ, ຈາກນັ້ນໃຫ້ຮັບຮອງດິນແດນເຢລູຊາເລມຕາເວັນອອກເປັນເມືອງຫລວງຂອງປາແລັສຕິນ. ເຢລູຊາເລມຖືເປັນດິນແດນສັກສິດຂອງຊາວຢິວ, ຊາວຄຣິສ ແລະ ຊາວມຸດສະລິມ ລວມທັງເປັນບັນຫາສຳຄັນຂອງຄວາມຂັດແຍ່ງລະຫວ່າງອິດສະລາແອນກັບປາແລັສຕິນມາຫລາຍສິບປີ, ອິດສະລາແອນເຂົ້າຍຶດຄອງດິນແດນເຢລູຊາເລມຕາເວັນອອກໃນສ່ວນຂອງອາຣັບໄລຍະສົງຄາມຕາເວັນອອກກາງປີ 1967 ແລະ ໄດ້ລວບລາມດິນແດນນັບແຕ່ນັ້ນ, ແຕ່ເປັນການກະທຳທີ່ບໍ່ໄດ້ຮັບການຮັບຮອງຈາກບັນດາປະເທດ. ຕວກກີເຊີນຜູ້ນຳປະເທດອົງການການຮ່ວມມືອິດສະລາມ ເຊິ່ງມີສະມາຊິກກວ່າ 50 ປະເທດມາຮ່ວມກອງປະຊຸມ ຢູ່ນະຄອນອິສຕັນບູນ ໃນວັນທີ 13 ທັນວາ ເພື່ອສະແດງທ່າທີຮ່ວມກັນໃນການຕອບໂຕ້ການຕັດສິນໃຈຂອງປະທານາທິບໍດີ ໂດນັນ ທຣຳ ຜູ້ນຳອາເມລິກາ.

