ຕັ້ງຮ້ານຕາມທາງຍ່າງ ວາງຂາຍສິນຄ້າຕາມແຄມທາງ ອາດພາໃຫ້ເກີດອຸປະຕິເຫດໄດ້

ໂດຍ : ຜາຕຸງ
ທຸກມື້ນີ້ ນອກຈາກຄວາມບໍ່ເອົາໃຈໃສ່ຂອງຜູ້ຂັບຂີ່ຈຳນວນໜຶ່ງທີ່ບໍ່ເປັນລະບຽບ ບໍ່ປະຕິບັດຕາມກົດການສັນຈອນແລ້ວ ຍັງມີກຸ່ມຄົນອີກຈຳນວນຫຼາຍພາກັນອອກມາຕັ້ງຮ້ານນ້ອຍຮ້ານອ່າວໃຫຍ່ໃສ່ແຄມທາງ ວາງເຄື່ອງຂາຍກວມທາງຄົນຍ່າງຢ່າງສະບາຍໃຈ ບໍ່ສົນໃຈວ່າສັງຄົມຈະມີຫຍຸ້ງຍາກແນວໃດ ຂໍພຽງແຕ່ໄດ້ເງິນມາກໍພໍ ສ່ວນເລື່ອງອື່ນຈຶ່ງຄ່ອຍແກ້ໄຂຕາມພາຍຫຼັງ ບັນດາຮ້ານ ແລະ ເຄື່ອງຂາຍເຫຼົ່ານັ້ນມີທັງເຄື່ອງແຫ້ງ,ເຄື່ອງປຽກ, ຮ້ານນ້ຳດື່ມ ນ້ຳສົ້ມນ້ຳຫວານ, ຂາຍໝາກໄມ້, ອາຫານຫວານຄາວ ລວມທັງຮ້ານສ້ອມແປງລົດຊຶ່ງສວ່ນຫຼາຍແລ້ວແມ່ນປະເພດລົດຈັກ ຕັ້ງຢູ່ແຄມທາງລາມອອກມາແລ້ວ ຢຶດເອົາ ທາງຄົນຍ່າງ, ບ່າທາງ ເຮັດໃຫ້ກີດຂວາງການໄປມາຂອງຄົນຈຳນວນບໍ່ໜ້ອຍ ແລະ ມີຄວາມສ່ຽງເຫດອຸປະຕິເຫດໄດ້ງ່າຍ.
ວັນທີ 29 ເມສາຜ່ານມາ ຄະນະກຳມະການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍເມືອງໄຊທານີ ນະຄອນຫລວງວຽງຈັນ ນຳໂດຍ ທ່ານ ຮອງເຈົ້າເມືອງໄຊທານີ ຜູ້ຊີ້ນຳວຽກງານຈັດສັນຄວາມບໍ່ເປັນລະ ບຽບຮຽບຮ້ອຍຂັ້ນເມືອງ, ລົງແກ້ໄຂຈັດສັນຊາວຄ້າຂາຍ ທີ່ວາງເຄື່ຶອງຂາຍຊະຊາຍຢູ່ເສັ້ນທາງ ໄກສອນພົມວິຫານ ແຕ່ ບ້ານສະພັງເມິກ ຫາ ບ້ານດອນໜູນ ເຊິ່ງເປັນບັນຫາຄຸມເຄືອແກ່ຍາວມາຫຼາຍປີ, ກໍ່ໃຫ້ເກີດບັນຫາການສັນຈອນແອອັດ, ລົດຕິດໃນຊົ່ວໂມງເລັ່ງດ່ວນ ທັງຕອນເຊົ້າ-ແລງ ແລະ ກ່ອນຈະລົງປະຕິບັດມາດຕະການນີ້ ຜ່ານມາທາງຄະນະກຳມະການດັ່ງກ່າວໄດ້ລົງເຮັດບົດບັນທຶກກ່າວເຕືອນຫລາຍ ຄັ້ງແລ້ວ ແຕ່ຍັງບໍ່ປະຕິບັດ, ດັ່ງນັ້ນ,ຄະນະກຳມະການຂັ້ນເມືອງສົມທົບກັບບ້ານກັບເຈົ້າໜ້າທີ່ ປກສເມືອງ ຈຶ່ງລົງອາຍັດສິນຄ້າ ທີ່ມາວາງຂາຍໃນນີ້ມີ: ຊີ້ນ, ປາ, ຜັກ ແລະ ໝາກໄມ້ຈໍານວນໜຶ່ງ, ເຊີນເຈົ້າຂອງ ສິນຄ້າ ເຂົ້າມາສຶກສາອົບຮົມພ້ອມທັງປັບໃໝຕາມລະບຽບການ.
ການທີ່ເຈົ້າໜ້າທີ່ກ່ຽວຂ້ອງ ຂອງເມືອງໄຊທານີ ຈັດສັນຄວາມເປັນລະບຽບຮຽບຮ້ອຍ ຂອງບ້ານເມືອງໃຫ້ໜ້າຢູ່ໃນຄັ້ງນີ້ ເຖິງແມ່ນວ່າຈະມີພຽງເລັກໜ້ອຍ ແຕ່ກໍເປັນສັນຍຍານທີ່ດີເພື່ອຕໍ່ຍອດໃຫ້ເມືອງອື່ນໃນນະຄອນຫຼວງວຽຽງຈັນທີ່ກຳລັງນອນຫຼັບຝັນຫວານຢູ່ນັ້ນຕື່ນຈາກຄວາມຝັນ ລຸກຂື້ນມາເອົາໃຈໃສ່ຢ່າງຈິງຈັງໃນວຽກງານນີ້ເພາະສັງເກດເຫັນວ່າໃນແຕ່ລະເມືອງຍັງມີຫຼາຍໆຮ້ານທີ່ລ່ວງລ້ຳເຂດຫວງຫ້າມນີ້ຢູ່ໂດຍທີ່ບໍ່ມີການແກ້ໄຂຢ່າງຈິງຈັງແຕ່ປະການໃດເທື່ອ ເຖິງມີກໍເຮັດແບບສຸກເອົາເຜົາກິນ ເຮັດແບບຜີວເຜີນ ບໍ່ເຂັ້ມງວດຕໍ່ລະບຽບຜັງເມືອງ ຈົນກາຍເປັນນິໃສຂອງຄົນຈຳນວນບໍ່ໜ້ອຍ.
ການຢຶດເອົາທາງຄົນຍ່າງ ເປັນບ່ອນທຳມາຫາກິນຂອງຄົນພຽງກຸ່ມນ້ອຍໜຶ່ງ ຫຼື ຈະຫຼາຍຄົນກໍຕາມເຫັນວ່າເປັນສິ່ງທີ່ບໍ່ສົມຄວນເລີຍ ນອກຈາກຈະກີດຂວາງການໄປມາຂອງຄົນເດີນດິນແລ້ວຍັງເປັນການສ້າງຄວາມບໍ່ເປັນລະບຽບຄວາມສັບສົນໃນສັງຄົມບ່ອນໃດທີ່ຕັ້ງເປັນຮ້ານສ້ອມແປງລົດຈັກກໍຍິ່ງສ້າງຄວາມ ເປິເປື້ອນໃສ່ບ່ອນນັ້ນອີກ ຊຶ່ງມັນສົມຄວນທີ່ຕ້ອງແກ້ໄຂໂດຍໄວ,ດ້ວຍການສົມທົບກັນລະຫວ່າງການສຶກສາອົບຮົມ ກັບ ການນຳໃຊ້ມາດຕະການປັບໃໝຕາມມາດຕາ34 ແລະ 35ຂອງດຳລັດ, ລັດຖະບານ ວາດ້ວຍການປັບໃໝ ແລະມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບການຈະລາຈອນທາງບົກ ສະບັບເລກທີ568/ລບ ລົງວັນທີ16 ກັນຍາ 2021ທີ່ໄດ້ກຳນົດໄວ້ ເພາະການຕັ້ງຮ້ານຕາມທາງຍ່າງ ວາງຂາຍສິນຄ້າຕາມ ຟຸດບາດ ອາດພາໃຫ້ເກີດຄວາມຫຍຸ້ງຍາກໃນການສັນຈອນ ແລະ ຍັງເຮັດໃຫ້ ອຸປະຕິເຫດໄດ້.

