Google Maps ທົດສອບຟີເຈີແຈ້ງເຕືອນເມື່ອຂີ່ລົດໃກ້ຮອດຈຸດໝາຍ
Google Maps ທົດສອບຟີເຈີແຈ້ງເຕືອນວ່າເມື່ອຂີ່ລົດໃກ້ຮອດຈຸດໝາຍຕ້ອງລົງຈາກລົດ ເພື່ອປ້ອງກັນຂີ່ກາຍຈຸດໝາຍທີ່ຈະລົງ.
ເມື່ອທ້າຍອາທິດຜ່ານມາ, ເວັບໄຊ techcrunch ໄດ້ເປີດເຜີຍວ່າ Google ກໍາລັງທົດສອບຟີເຈີໃຫມ່ໃນ Google Maps ທີ່ຈະຊ່ວຍແຈ້ງເຕືອນຜູ້ໃຊ້ໂດຍສານປະຈໍາທາງ ໂດຍແອັບ Google Maps ຈະແຈ້ງເຕືອນໃນໜ້າຈໍ Lock Screen ເມື່ອໃກ້ເຖິງຈຸດໝາຍທີ່ຕ້ອງລົງຈາກລົດ ເພື່ອປ້ອງກັນການຂີ່ລົດກາຍຈຸດໝາຍ.
ສໍາລັບການໃຊ້ງານຟີເຈີດັ່ງກ່າວກໍພຽງແຕ່ຜູ້ໃຊ້ກໍານົດຈຸດໜາຍປາຍທາງ ແລະ ວິທີການເດີນທາງໃນແອັບ Google Maps ແລ້ວກົດເລີ່ມ Start ພຽງເທົ່ານັ້ກໍຂີ່ລົດເພີນໄດ້ເລີຍ ເມື່ອໃກ້ຮອດຈຸດໝາຍທີ່ຕ້ອງລົງລົດມັນກໍຈະແຈ້ງເຕືອນທັນທີ ແຕ່ຖ້າເປັນຄົນນອນລັບກໍອາດບໍ່ຮູ້ສຶກຕົວ.
ຄາດວ່າ Google ໜ້າຈະປ່ອຍຟີເຈີນີ້ມາໃຫ້ໄດ້ໃຊ້ງານໃນໄວໆນີ້ ກໍຖືວ່າເປັນຟີເຈີນ້ອຍໆ ທີ່ໜ້າຈະມີປະໂຫຍດ ໂດຍສະເພາະກັບຜູ້ທີ່ຕ້ອງໃຊ້ລົດໂດຍສານສາທາລະນະເປັນປະຈໍາ.

