ຫຼວງພະບາງປຶກສາຫາລືຍຸດທະສາດການສ້າງຕົວເມືອງແບບຍືນຍົງຂອງອາຊຽນໄລຍະທີ II

ວັນທີ 2 ພຶດສະພາ 2025 ຜ່ານມານີ້ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ເປີດກອງປະຊຸມ ປຶກສາຫາລືຍຸດທະສາດການສ້າງຕົວເມືອງແບບຍືນຍົງຂອງອາຊຽນ ໄລຍະທີ 2 ໂດຍເປັນປະທານຂອງ ທ່ານ ສະເຫວີຍ ສີລາວັນ ຮອງເຈົ້ານະຄອນ ຫຼວງພະບາງ, ທ່ານ ອາວີ ຊາກາ ຫົວໜ້າຫ້ອງການອົງການສະຫະປະຊາຊາດ ດ້ານເຄຫາສະຖານປະເທດລາວ.
ໂຄງການຍຸດທະສາດການສ້າງຕົວເມືອງ ແບບຍືນຍົງຂອງອາຊຽນ ມີຈຸດປະສົງເພື່ອເພີ່ມຄວາມເຂົ້າໃຈ ແລະ ການນຳໃຊ້ ຍຸດທະສາດການສ້າງຕົວເມືອງແບບຍືນຍົງ ໃນບັນດາເມືອງທີ່ເປັນສະມາຊິກອາຊຽນ ແລະ ສ້າງຂົວຕໍ່ປະສົບການ ຂອງບັນດາເມືອງ ໄປສູ່ລະດັບພາກພື້ນ ແລະ ທົ່ວໂລກ, ໄລຍະທີ II ຈະສຸມໃສ່ການເພີ່ມຈໍານວນຕົວເມືອງທີ່ເຂົ້າຮ່ວມ, ສະໜັບສະໜູນຄວາມພະຍາຍາມຂອງບັນດາເມືອງໃຫ້ມີຄວາມກ້າວໜ້າ, ການແກ້ໄຂການພັດທະນາຕົວເມືອງຢ່າງມີປະສິດທິພາບ ແລະຂະຫຍາຍການເຜີຍແຜ່ການມີສ່ວນຮ່ວມ ຂອງຕົວເມືອງ, ທ້ອງຖິ່ນ ແລະ ພາກພື້ນທີ່ກ່ຽວຂ້ອງ, ເພື່ອສົ່ງເສີມການພັດທະນາ ຕົວເມືອງແບບຍືນຍົງ. ເພື່ອສືບຕໍ່ໃຫ້ປະຕິບັດຍຸດທະສາດການສ້າງຕົວເມືອງແບບຍືນຍົງເປັນຈຸດໃຈກາງ ຂອງການປະຕິບັດງານ ການຫັນເປັນຕົວເມືອງແບບຍືນຍົງ ຄຽງຄູ່ກັບການເສີມຂະຫຍາຍການເຊື່ອມຕໍ່ ແລະ ການເຄື່ອນໄຫວ, ກ້າວໄປສູ່ການບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ (SDGs) ແລະ ວາລະຕົວເມືອງໃໝ່ (NUA) ໃນທົ່ວພາກພື້ນ, ແນໃສ່ເພີ່ມທະວີ ແລະ ຂະຫຍາຍການສະໜັບສະໜູນ ໃຫ້ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງດ້ວຍການສ້າງຄວາມສາມາດ, ປັບປຸງການປະເມີນ ແລະ ຂໍ້ມູນຂອງເມືອງ, ປັບປຸງການເຂົ້າເຖິງ ໂອກາດແລກປ່ຽນຄວາມຮູ້, ເພີ່ມທະວີການເຊື່ອມຕໍ່ພາກພື້ນ, ເປີດກວ້າງການກຳນົດຜູ້ໃຫ້ທຶນ ແລະ ແຫຼ່ງທຶນທີ່ມີທ່າແຮງ, ຄູ່ຮ່ວມງານ ເພື່ອຈັດຕັ້ງປະຕິບັດໂຄງການ, ສອດຄ່ອງກັນກັບໄລຍະທີ 1 ໂດຍຈະໄດ້ດຳເນີນງານພາຍໃຕ້ການຊີ້ນຳຂອງກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ບັນດາກະຊວງທີ່ກ່ຽວຂ້ອງ.
ໃນນັ້ນ, ຕົວເມືອງຈະໄດ້ຮ່ວມພັດທະນາບົດລາຍງານ ກ່ຽວກັບ ຄວາມກ້າວໜ້າ ຂອງການສະເໜີດ້ານວິຊາການຂອງເມືອງທີ່ເຂົ້າຮ່ວມໂຄງການ ໃນການວາງແຜນຕົວເມືອງ ແລະ ການຝຶກອົບຮົມຜູ້ນໍາເມືອງ, ເຂົ້າຮ່ວມໃນໂຄງການສ້າງຂີດຄວາມສາມາດບັນດາຜູ່ມີສ່ວນຮ່ວມ, ເຂົ້າຮ່ວມ ກອງປະຊຸມ ການພັດທະນາເມືອງແບບຍືນຍົງ ແລະ ປະກອບສ່ວນເຂົ້າໃນບົດລາຍງານ ຊຶ່ງຈະກວມເອົາ ທ່າອ່ຽງ ຂອງການຫັນເປັນຕົວເມືອງຂອງເມືອງທີ່ນອນຢູ່ໃນສະມາຊິກອາຊຽນ.

