ກໍາປູເຈຍກຽມເຈລະຈາບັນຫາພາສີກັບອາເມລິກາ ຢູ່ນະຄອນຫລວງວໍຊິງຕັນ 14-15 ພຶດສະພານີ້

ໜ່ວຍໂຄສົກລັດຖະບານກໍາປູເຈຍເປີດເຜີຍຜ່ານເຟສບຸກໃນວັນທີ 2 ພຶດສະພາວ່າ: ທ່ານ ຊຸນ ຈັນທໍ ຮອງນາຍົກລັດຖະມົນຕີ ແລະະ ຮອງປະທານສະພາທີ່ປຶກສາເພື່ອການພັດທະນາຂອງກໍາປູເຈຍ (CDC) ແລະ ທ່ານ ຈອມ ນິມົນ ລັດຖະມົນຕີວ່າການກະຊວງການຄ້າກໍາປູເຈຍ ໄດ້ນໍາພາຄະນະສະເພາະກິດວ່າດ້ວຍການປະສານການພົວພັນທະວີພາຄີ ກໍາປູເຈຍ-ອາເມລິກາ ປະຊຸມທາງໄກກັບຜູ້ແທນການຄ້າອາເມລິກາ (USTR) ນໍາໂດຍທ່ານ ຊາຣາ ເອລເລີແມນ ຜູ້ຊ່ວຍຜູ້ແທນການຄ້າອາເມລິກາ ທີ່ເບິ່ງແຍງພາກພື້ນອາຊີຕາເວັນອອກສຽງໃຕ້ ແລະ ປາຊີຟິກ.
ຖະແຫລງການຈາກໜ່ວຍໂຄສົກລັດຖະບານກໍາປູເຈຍລະບຸວ່າ: ການເຈລະຈາຄັ້ງນີ້ເນັ້ນເລື່ອງຄວາມຄືບໜ້າຂອງວຽກ ແລະ ການກຽມພ້ອມສໍາລັບການເຈລະຈາລະດັບທະວີພາຄີທີ່ຈະມີຂຶ້ນລະຫວ່າງວັນທີ 14-15 ພຶດສະພາ 2025 ຢູ່ນະຄອນຫລວງວໍຊິງຕັນ ໂດຍລັດຖະບານກໍາປູເຈຍ ພາຍໃຕ້ການນໍາຂອງທ່ານ ຮຸນ ມາແນດ ນາຍົກລັດຖະມົນຕີກໍາປູເຈຍ ຈະຍັງປະສານງນຢ່າງໃກ້ຊິດກັບອາເມລິກາ ເພື່ອສ້າງການພົວພັນດ້ານການຄ້າ ແລະ ການລົງທຶນທີ່ເປັນປະໂຫຍດຕໍ່ທັງສອງຝ່າຍ.

