ອະດີດນາຍົກລັດຖະມົນຕີຢ້ຽມຢາມແຂວງຜົ້ງສາລີ

ໃນວັນທີ 12 ທັນວາ ນີ້ ທ່ານ ທອງສີງ ທໍາມະວົງ ອະດີດ ນາຍົກລັດຖະມົນຕີ ທີປຶກສາຄະ ນະບໍລິຫານງານສູນກາງພັກ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກ ງານ, ກໍ່ສ້າງພັກ-ພະນັກງານ ຢູ່ ແຂວງຜົ້ງສາລີ, ໂດຍໄດ້ຮັບ ຟັງ ການລາຍງານສະພາບລວມ ການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ ຂອງ ແຂວງ ຈາກ ທ່ານ ຄໍາເຈນ ວົງ ໂພສີ ເລຂາພັກແຂວງ, ເຈົ້າ ແຂວງຜົ້ງສາລີ ມີຄະນະພັກ ແລະ ພະນັກງານຫລັກແຫລ່ງ ເຂົ້າຮ່ວມພ້ອມດຽວກັນນັ້ນ, ທ່ານ ອະດີດນາຍົກລັດຖະມົນຕີ ຍັງ ໄດ້ລົງຢ້ຽມຢາມ ແລະ ເຮັດ ວຽກຮ່ວມກັບຄະນະນໍາ ຂອງ ແຂວງ ພ້ອມໄດ້ລົງຢ້ຽມຢາມ ປະຊາຊົນ, ສວນຊາ 400 ປີ ບ້ານ ລຸ້ງຈີ້ງ ເມືອງຜົ້ງສາລີ, ເຊິງສວນຊາແຫ່ງນີ້ແມ່ນມີ ທ່າແຮງສໍາຄັນໃນການຜະ ລິດຊາເພື່ອການຊົມໃຊ້ພາຍ ໃນ ແລະ ສົ່ງອອກ.
+ ອະດີດກອງຫນ້າດັງ ເຊື່ອ ຊາລາ ຢູ່ລີເວີພູລບໍ່ດົນ ຈະຕ້ອງຍ້າຍໄປ ຣິລ ມາດຣິດ
+ ເຈົ້າແຂວງຫລວງພະບາງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງວຽງຄຳ
ນອກ ຈາກນີ້, ສວນຊາດັ່ງກ່າວຍັງ ເປັນຈຸດໝາຍປາຍທາງຂອງ ການທ່ອງທ່ຽວທີ່ມີຄວາມ ໂດດເດັ່ນ ແລະ ນັກທ່ອງທ່ຽວ ໃຫ້ຄວາມສົນໃຈມາທ່ຽວຊົມ ຢ່າງຫລວງຫລາຍ ເຊື່ອວ່າໃນ ປີ 2018 ການທ່ອງທ່ຽວຜົ້ງ ສາລີຍິ່ງຈະຄຶກຄຶ້ນກ່ວາເກົ່າ.

