ຄວາມເຄັ່ງຕຶງ ອິນເດຍ-ປາກິດສະຖານ ເລີ່ມຂຶ້ນອີກ ຫລັງເຫດໂຈມຕີນັກທ່ອງທ່ຽວຢູ່ແຄຊາເມຍ

ກອງທັບອິນເດຍ ແລະ ປາກິດສະຖານ ຍິງປະທະກັນເປັນວັນທີສອງຕິດຕໍ່ກັນໃນວັນທີ 26 ເມສາ ທ່າມກາງການພົວພັນທີ່ບໍ່ດີ ພາຍຫລັງເກີດເຫດໂຈມຕີນັກທ່ອງທ່ຽວຢູ່ແຄຊາເມຍຂອງອິນເດຍ ເຊິ່ງອິນເດຍກ່າວໂທດກຸ່ມຕິດອາວຸດຈາກປາກິດສະຖານວ່າຢູ່ເບື້ອງຫລັງເຫດການດັ່ງກ່າວ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 26 ຄົນ.
ກອງທັບອິນເດຍເປີດເຜີຍວ່າ: ທະຫານໄດ້ຍິງຕອບໂຕ້ ຫລັງຖືກກອງທັບປາກິດສະຖານໃຊ້ອາວຸດປືນຍິງໃສ່ມາຈາກຫລາຍຈຸດ ໂດຍເຫດການເກີດຂຶ້ນຕອນທ່ຽງຄືນວັນທີ 25 ເມສາ ບໍລິເວນຊາຍແດນແບ່ງເຂດຄວບຄຸມ (Line of Control) ທີ່ມີຄວາມຍາວ 740 ກິໂລແມັດ ເຊິ່ງແບ່ງພື້ນທີ່ແຄຊາເມຍລະຫວ່າງອິນເດຍ ແລະ ປາກິດສະຖານ.
ຕໍາຫລວດຢູ່ແຄວ້ນລະບຸວ່າ: ພົບຜູ້ສົງໄສ 3 ຄົນທີ່ກ່ຽວຂ້ອງກັບເຫດໂຈມຕີໃນວັນທີ 22 ເມສາ ໃນຈໍານວນນີ້ມີຊາວປາກິດສະຖານ 2 ຄົນ. ຂະນະທີ່ທາງການປາກິດສະຖານໄດ້ປະຕິເສດຄວາມກ່ຽວຂ້ອງຕໍ່ເຫດການດັ່ງກ່າວ ແລະ ລັດຖະມົນຕີປ້ອງກັນປະເທດຂອງປາກິດສະຖານໄດ້ຮຽກຮ້ອງໃຫ້ມີກນສອບສວນໂດຍນາໆຊາດ.
ຫລັງເກີດເຫດໂຈມຕີ, ອິນເດຍ ແລະ ປາກິດສະຖານຕ່າງຕອບໂຕ້ກັນດ້ວຍມາດຕະການຫລາຍຢ່າງ ໂດຍປາກິດສະຖານໄດ້ສັ່ງປິດນ່ານຟ້າບໍ່ໃຫ້ສາຍການບິນອິນເດຍບິນຜ່ານ, ຂະນະທີ່ອິນເດຍໄດ້ປະກາດຢຸດສົນທິສັນຍາແບ່ງປັນນໍ້າໃນແມ່ນໍ້າສິນທຸ (Indus Waters Treaty) ເຊິ່ງມີຜົນບັງຄັບໃຊ້ມາແຕ່ປີ 1960.

