ນາຍົກລັດຖະມົນຕີ ເນັ້ນໜັກໃຫ້ ຫສນຍ ເອົາໃຈໃສ່ຕໍ່ໜ້າວຽກ ແລະ ຕິດຕາມກວດກາຄືນບັນດານິຕິກຳຕ່າງໆ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເນັ້ນຕໍ່ກອງປະຊຸມ ສະຫລຸບການນໍາພາ-ຊີ້ນໍາວຽກງານຮອບດ້ານ ປະຈໍາປີ 2024 ແລະ ທິດທາງແຜນວຽກຈຸດສຸມ 2025 21 ເມສາ 2025 ຜ່ານມານີ້ ວ່າ: ປີ 2025 ເປັນປີມ້ວນທ້າຍຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX, ສໍາລັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 2025 ເປັນແຜນບຸກບືນສູ້ຊົນສຸດຂີດ ເຊິ່ງທຸກຂະແໜງການ ແລະ ທ້ອງຖິ່ນຕ້ອງໄດ້ເພີ່ມທະວີຄວາມເອົາໃຈໃສ່ຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້, ພ້ອມທັງສຸມໃສ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ມາດຕະການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ. ຕ້ອງເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ:

  • ສືບຕໍ່ເອົາໃຈໃສ່ກະກຽມການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຕິດພັນກັບການປັບປຸງກົງຈັກການຈັດຕັ້ງຕາມມະຕິຂອງຄະນະບໍລິຫານງານສູນກາງພັກ ແລະ ມະຕິຂອງສະພາແຫ່ງຊາດ.
  • ເພີ່ມທະວີຄວາມສາມັກຄີພາຍໃນຈັດຕັ້ງປະຕິບັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍດ້ວຍຄວາມຮັບຜິດຊອບສູງ.
  • ຕ້ອງຖືເອົາການນໍາພາການເມືອງແນວຄິດເປັນບັນຫາສໍາຄັນ, ຕິດພັນກັບການເອົາໃຈໃສ່ຄົ້ນຄວ້າ ແລະ ກໍາແໜ້ນແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ ແລະ ລະບຽບການຂອງພັກ ແລະ ລັດວາງອອກໃຫ້ເລິກເຊິ່ງ.
  • ການບໍລິຫານ-ການຈັດການວຽກງານໃຫ້ມີຄວາມວ່ອງໄວ, ຊັດເຈນ ແລະ ຫັນເປັນທັນສະໄໝ.
  • ຍົກສູງຄວາມຮູ້ຄວາມສາມາດການເປັນເສນາທິການຊ່ວຍນາຍົກ-ຮອງນາຍົກລັດຖະມົນຕີ ແລະ ລັດຖະບານ ໃນການປະຕິບັດວຽກງານ ໂດຍສະເພາະການກະກຽມເນື້ອໃນກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ, ກອງປະຊຸມລັດຖະບານ, ຮ່າງບົດປາໄສ, ຄົ້ນຄວ້າວິໄຈບັນຫາ, ສັງລວມເອກະສານຕ່າງໆໃຫ້ຊັດເຈນ, ວ່ອງໄວ, ຖືກຕ້ອງ ແລະ ສອດຄ່ອງກັບນະໂຍບາຍ, ກົດໝາຍ ແລະ ລະບຽບການກ່ຽວຂ້ອງ, ພ້ອມທັງຮັບປະກັນຄວາມລັບຂອງເອກະສານບໍ່ໃຫ້ຮົ່ວໄຫລ.
  • ສົມທົບກັບພາກສ່ວນກ່ຽວຂ້ອງເພີ່ມທະວີການໂຄສະ ນາປະຊາສໍາພັນແນວທາງ, ນະໂຍບາຍ ແລະ ການເຄື່ອນໄຫວຂອງລັດຖະບານ.
  • ເປັນເຈົ້າການປະສານງານ ແລະ ຕິດຕາມຊຸກຍູ້ຂະແໜງການແລະທ້ອງຖິ່ນ ໃນການຈັດຕັ້ງຜັນຂະຫຍາຍບັນດາມະຕິ, ຄຳສັ່ງ, ແຈ້ງການ, ທິດຊີ້ນໍາຂອງຂັ້ນເທິງໃຫ້ໄດ້ຮັບຜົນດີ. ພ້ອມນີ້, ໄດ້ຮຽກຮ້ອງໃຫ້ພະນັກງານ-ລັດຖະກອນທຸກຄົນມີຈິດໃຈອຸ່ນອ່ຽນທຸ່ນທ່ຽງ, ບໍ່ຫວັ່ນໄຫວຕໍ່ສະພາບການຫຍຸ້ງຍາກຕ່າງໆ, ມີຄວາມຊື່ສັດບໍລິສຸດ,ມີນໍ້າໃຈຮັກຊາດ, ຮັບໃຊ້ປະເທດຊາດຮັບໃຊ້ປະຊາຊົນຢ່າງຈິງໃຈ.

ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ.