ປີ 2016-2017 ປກສ ເມືອງສັງທອງມ້າງຄະດີຢາເສບຕິດໄດ້ 109 ເລື່ອງ

ກອງປະຊຸມສະຫລຸບຖອດ ຖອນບົດຮຽນກ່ຽວກັບວຽກ ງານແກ້ໄຂບັນຫາຢາເສບຕິດ ຂອງ ກອງບັນຊາການ ປກສ ເມືອງ ສັງທອງ ນະຄອນຫລວງ ວຽງຈັນ ໃນທ້າຍອາທິດຜ່ານ ມານີ້, ໂດຍການເປັນປະທານ ຂອງ ທ່ານ ຄຳໝູນ ຕຽງທະລາດເຈົ້າເມືອງສັງທອງ, ມີ ທ່ານ ພັນໂທ ສີວິໄລ ພູມນະໄຊ ຫົວໜ້າກອງບັນຊາການ ປກສ ເມືອງ ແລະ ຫົວໜ້າ ຫ້ອງການອ້ອມຂ້າງ ເຂົ້າຮ່ວມ ຢ່າງພ້ອມພຽງ.
+ ປະທານແນວລາວຊີ້ນຳການພັດທະນາຢູ່ເມືອງສັງທອງ
+ ປກສ ເມືອງຈັນທະບູລີ ມອບລົດຄືນໃຫ້ເຈົ້າຂອງ
ທ່ານຮອງຫົວໜ້າກອງບັນຊາການ ປກສ ເມືອງໃຫ້ ຮູ້ວ່າ: ປີ 2016-2017 ມີຄະ ດີຢາເສບຕິດເກີດຂຶ້ນທັງໝົດ 111 ເລື່ອງ, ມ້າງໄດ້ 109 ເລື່ອງ, ມີຜູ້ຕ້ອງຫາ 111 ຄົນ, ຍິງ 10 ຄົນ, ຢຶດຢາເສບຕິດ ປະເພດຢາບ້າໄດ້ 6.534 ເມັດ, ຢາໄອ້ 510 ກຣາມ, ກັນຊາ 616 ກິໂລກຣາມ, ປືນສັ້ນ 1 ກະບອກ, ປືນປະດິດ 2 ກະບອກ, ນອກນັ້ນໜ່ວຍງານ ດັ່ງກ່າວຍັງໄດ້ເອົາໃຈໃສ່ປະຕິ ບັດທິດຊີ້ນຳຂອງກອງບັນຊາ ການ ປກສ ເມືອງ, ຂຶ້ນແຜນ ການເຄື່ອນໄຫວເພື່ອກວດ ກາເປົ້າໝາຍທີ່ພົວພັນຢາເສບຕິດ ເຊິ່ງທົ່ວເມືອງສາມາດສັງ ລວມໄດ້ທັງໝົດ 1.299 ຄົນ, ຍິງ 78 ຄົນ ແລະ ຜ່ານມາໄດ້ ນຳເອົາມາສຶກສາອົບຮົມແກ້ ໄຂເຮັດບົດບັນທຶກ ແລະ ມອບ ໃຫ້ບ້ານ, ກຸ່ມບ້ານຄຸ້ມຄອງໃຫ້ ເຂັ້ມງວດກວ່າເກົ່າ.

