ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫລືອຜູ້ປະສົບໄພແຜ່ນດິນໄຫວ ຢູ່ ສສ ມຽນມາ

ໜັງສືພິມກອງທັບ ລາຍງານວ່າ: ວັນທີ 8 ເມສາ 2025 ນີ້, ຄະນະປະຕິບັດງານຊ່ວຍເຫລືອຜູ້ປະສົບແຜ່ນດິນໄຫວ ຂອງກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການ ກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດ ກະຊວງປ້ອງກັນປະເທດ, ຜູ້ປະສານງານຄຸ້ມຄອງໄພພິບັດ ຂັ້ນສູນກາງ ພ້ອມຄະນະ ໄດ້ສໍາເລັດການປະຕິບັດໜ້າທີ່ ຢູ່ເມືອງເຈົາແຊ ແຂວງມອນດາເລ ສສ ມຽນມາ ແລະ ເດີນທາງກັບຄືນນະຄອນຫລວງວຽງຈັນ ດ້ວຍຄວາມປອດໄພ, ເຊິ່ງໃຫ້ການຕ້ອນຮັບໂດຍ ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ພ້ອມດ້ວຍ ຄະນະນຳບັນດາກະຊວງ, ອົງການ, ກົມ, ກອງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມຢ່າງອົບອຸ່ນ.

ກ່ອນເດີນທາງກັບຄືນນະຄອນຫລວງວຽງຈັນ, ຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວ ຂອງກອງທັບປະຊາຊົນລາວ ຍັງໄດ້ມອບໂຕະ, ຕັ່ງ, ເຕັ້ນ, ອຸປະກອນຮັບໃຊ້ພາກສະໜາມ ແລະ ເຄື່ອງໃຊ້ຈຳນວນໜຶ່ງ ລວມມູນຄ່າທັງໝົດ 252,000,000 ກີບ. ໃຫ້ອົງການປົກຄອງເມືອງເຈົາແຊ ໂດຍການກ່າວມອບ ຂອງສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ. ພ້ອມນັ້ນ, ລັດຖະບານ ແຫ່ງ ສປປ ລາວ ໄດ້ມອບເຂົ້າສານ 3 ໂຕນ ໃຫ້ ສສ ມຽນມາ ຕື່ມອີກ ຕາງໜ້າກ່າວມອບໂດຍ ທ່ານ ບຸນພຽງ ຈັນທະວົງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຢາງກຸງ ສສ ມຽນມາ.

ທີ່ມາ: ໜັງສືພິມກອງທັບ