ສະຫວັນນະເຂດ ສະສາງລົດລັດ 24 ຄັນ ໃຫ້ພະນັກງານບໍານານຂອງແຂວງ

ວັນທີ 7 ເມສາ 2025 ພະແນກການເງິນ ແຂວງສະຫວັນນະເຂດ ປະຕິບັດການສະສາງລົດຂອງລັດໃຫ້ພະນັກງານບໍານານ ຂອງແຂວງສະຫວັນນະເຂດ ໄດ້ມີການມອບຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການສະສາງລົດຂອງລັດ ທີ່ພະນັກງານຮັບອຸດໜູນບໍານານໄດ້ເອົາໄປນໍາໃຊ້ ພ້ອມທັງປົດປ້າຍລົດບໍລິຫານຂອງລັດ (ປ້າຍສີຟ້າ) ຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງ ທ່ານ ໄພສານ ຈັນສີນາ ຮອງຫົວໜ້າພະແນກການເງິນແຂວງ ພ້ອມດ້ວຍຄະນະຮັບຜິດຊອບ ການຈັດຕັ້ງປະຕິບັດ ການສະສາງລົດຂອງລັດຂັ້ນແຂວງ, ຄະນະວິຊາການຂະແໜງຄຸ້ມຄອງຊັບສິນແຫ່ງລັດຂອງແຂວງ ແລະ ພະນັກງານອາວຸໂສບໍານານທີ່ໄດ້ຮັບນະໂຍບາຍສະສາງລົດເຂົ້າຮ່ວມ.
ຜ່ານການເກັບກໍາ ແລະ ກວດກາຂໍ້ມູນປ້ອນເຂົ້າໃນລະບົບຖານຂໍ້ມູນ ໃນການຄຸ້ມຄອງ ແລະ ນໍາໃຊ້ຂຶ້ນທະບຽນຜ່ານລະບົບ ໂດຍການຕິດ QR Code ມາຮອດທ້າຍງວດ 1 ສົກປີ 2025 ທົ່ວແຂວງ ສາມາດເກັບກໍາໄດ້ແລ້ວ 791 ຄັນ, ໃນນັ້ນ ລົດໃຫຍ່ 292 ແລະ ລົດຈັກ 499 ຄັນ. ໃນການສະສາງລົດຂອງລັດ ໃນຄັ້ງນີ້ ແມ່ນໄດ້ດໍາເນີນການສະສາງຕາມເງື່ອນໄຂ, ຂັ້ນຕອນ ແລະ ລະບຽບການທີ່ກໍານົດໄວ້ ໄດ້ 24 ຄັນ ເປັນປະເພດລົດໃຫຍ່ ທັງໝົດ.
ການສະສາງຄັ້ງນີ້ເປັນການປະຕິບັດຕາມ ຕາມຂໍ້ຕົກລົງວ່າດ້ວຍການສະສາງລົດຂອງລັດ ສະບັບເລກທີ 169/ນຍ, ລົງວັນທີ 28 ທັນວາ 2023 ແລະ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລົດຖະມົນຕີ ສະບັບເລກທີ 478/ຫສນຍ, ລົງວັນທີ 21 ມີນາ 2025 ກ່ຽວກັບການຈັດຕັ້ງປະຕິບັດ ດໍາລັດວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ, ລົງວັນທີ 29 ກັນຍາ 2021 ແລະ ຂໍ້ຕົກລົງ ວ່າດ້ວຍການສະສາງລົດຂອງລັດ ສະບັບເລກທີ 169/ນຍ, ລົງວັນທີ 28 ທັນວາ 2023.
ທີ່ມາ: ກະຊວງການເງິນ
