ໄຟໄໝ້ເຈດີບູຮານຈີນເຫລືອແຕ່ຊາກ ລະຫວ່າງສ້ອມແປງຫລັງແຜ່ນດິນໄຫວໃຫຍ່

ເກີດເຫດໄຟໄໝ້ເຈດີບູຮານສະໄໝຄຣິສສະຕະວັດທີ 16 ໃນມົນທົນເສສວນ ທາງຕາເວັນຕົກສຽງໃຕ້ຂອງຈີນເຫລືອແຕ່ຊາກ. ເຫດເກີດລະຫວ່າງການສ້ອມແປງເຈດີທີ່ເສຍຫາຍໜັກຈາກແຜ່ນດິນໄຫວໃຫຍ່ປີ 2008.
ສະຖານີໂທລະພາບ CCTV ຂອງຈີນແຜ່ພາບເຈດີສູງ 15 ຊັ້ນທີ່ຖືກໄຟໄໝ້ພາຍໃນວັດຈິວຫລົງ ເມືອງໝຽນຈູ ເສດຊາກເຈດີທີ່ມີທັງໄມ້ ແລະ ກ້ອນຫີນຕົກລົງມາ, ເຫດໄຟໄໝ້ເລີ່ມຈາກໂຖງໃຫຍ່ຂອງເຈດີເມື່ອເວລາ 12:40 ໂມງ ວັນທີ 10 ທັນວາ ຕາມເວລາທ້ອງຖິ່ນ ກົງກັບເວລາ 11:40 ວັນທີ 10 ທັນວາ ຕາມເວລາຢູ່ລາວ, ຈາກນັ້ນລາມໄປອາຄານໃກ້ຄຽງ 2 ຫລັງເພາະລົມແຮງ ຈົນເຈົ້າໜ້າທີ່ສາມາດມອດໄຟໄດ້ເມື່ອເວລາ 16:30 ໂມງ ບໍ່ມີຜູ້ບາດເຈັບ ຫລື ເສຍຊີວິດ. ປັດຈຸບັນຕຳຫລວດກຳລັງສອບສວນຫາສາເຫດຢູ່.
ເຈດີແຫ່ງນີ້ສ້າງຂຶ້ນນັບແຕ່ຄຣິສສະຕະວັດທີ 16 ເກີດຄວາມເສຍຫາຍໜັກຈາກແຜ່ນດິນໄຫວໃຫຍ່ຂະໜາດ 8 ໃນມົນທົນເສສວນ ໃນວັນທີ 12 ພຶດສະພາ 2008 ຂ້າຊີວິດຄົນໄປເກືອບ 90.000 ຄົນ, ບາດເຈັບອີກກວ່າ 370.000 ຄົນ, ທາງການເລີ່ມການບູລະນະສ້ອມແປງແຕ່ປີ 2010 ໂດຍຍັງບໍ່ສຳເລັດ ແລະ ເກີດໄຟໄໝ້ເຫລືອແຕ່ຊາກກ່ອນ.

