ນາຍົກອິດສະລາແອນຫວັງໃຫ້ EU ຮັບຮອງເຢລູຊາເລມຄືທ່ານ ທຣຳ

ນາຍົກລັດຖະມົນຕີ ເບນຢາມິນ ເນຕັນຢາຮູ ຂອງອິດສະລາແອນ ສະແດງຄວາມຄາດຫວັງວ່າ: ເອີຣົບຈະຍ່າງຕາມຮອຍປະທານາທິບໍດີ ໂດນັນ ທຣຳ ຂອງອາເມລິກາ ເລື່ອງໃຫ້ການຮັບຮອງເຢລູຊາເລມວ່າເປັນເມືອງຫລວງຂອງອິດສະລາແອນ.
ທ່ານ ເນຕັນຢາຮູ ເຊິ່ງເປັນນາຍົກລັດຖະມົນຕີອິດສະລາແອນໄປຢ້ຽມຢາມສະຫະພາບເອີຣົບ (EU) ເປັນຄົນທຳອິດໃນຮອບ 22 ປີ ກ່າວກັບນັກຂ່າວ ໃນວັນທີ 11 ທັນວານີ້ ຍົກຍ້ອງປະທານາທິບໍດີ ທຣຳ ທີ່ປະກາດຮັບຮອງເຢລູຊາເລມເປັນເມືອງຫລວງວ່າ: ເຮັດໃຫ້ສັນຕິພາບມີໂອກາດເປັນຈິງ ເພາະການຮັບຮອງຄວາມເປັນຈິງຄືຫົວໃຈ ແລະ ພື້ນຖານຂອງສັນຕິພາບ, ເຖິງເວລາທີ່ປາແລັສຕິນຈະຕ້ອງຍອມຮັບອິດສະລາແອນ ແລະ ຍອມຮັບວ່າເມືອງຫລວງຂອງອິດສະລາແອນຄືເຢລູຊາເລມ, ທ່ານເຊື່ອວ່າສິ່ງນີ້ຈະຕ້ອງເກີດຂຶ້ນໃນອະນາຄົດ ເຖິງວ່າຍັງບໍ່ມີຂໍ້ຕົກລົງໃນເວລານີ້ ແລະ ເຊື່ອວ່າປະເທດເອີຣົບທັງໝົດ ຫລື ສ່ວນຫລາຍຈະຮັບຮອງເຢລູຊາເລມວ່າເປັນເມືອງຫລວງຂອງອິດສະລາແອນເຊັ່ນດຽວກັນ ແລະ ຍ້າຍສະຖານທູດຈາກເທລອາວີຟໄປເຢລູຊາເລມ ເພື່ອຮ່ວມກັບອິດສະລາແອນເຮັດໃຫ້ເກີດສະຖຽນລະພາບ, ຄວາມຮຸ່ງເຮືອງ ແລະ ສັນຕິພາບ.
ຜູ້ນຳອິດສະລາແອນເນັ້ນອີກວ່າ: ໜ່ວຍຂ່າວອິດສະລາແອນໄດ້ຊ່ວຍປ້ອງກັນການເກີດເຫດຮ້າຍຢູ່ເອີຣົບຫລາຍຄັ້ງ. ນອກຈາກນີ້ ອິດສະລາແອນຍັງມີບົດບາດດ້ານຄວາມໝັ້ນຄົງຢູ່ຕາເວັນອອກກາງຊ່ວຍຢັບຢັ້ງການແຜ່ອິດທິພົນຂອງກຸ່ມລັດອິດສະລາມ (IS) ແລະ ມີສ່ວນສ້າງເຕັກໂນໂລຊີໃໝ່ໆທີ່ເປັນປະໂຫຍດທາງເສດຖະກິດ.
ທ່ານນາງ ເຟເດຣິກາ ໂມເກຣິນີ ຫົວໜ້ານະໂຍບາຍຕ່າງປະເທດ EU ກ່າວວ່າ: EU ແລະ ອິດສະລາແອນ ເປັນມິດ ແລະ ຫຸ້ນສ່ວນກັນ, EU ຈະຍຶດໝັ້ນຕາມມະຕິເອກະພາບສາກົນເລື່ອງເຢລູຊາເລມ, ຈະຍຶດໝັ້ນທາງອອກເລື່ອງການຕັ້ງລັດອິດສະລາແອນ ແລະ ລັດປາແລັສຕິນ ໂດຍເຫັນວ່າການຫາທາງອອກທີ່ຍືນຍົງເລື່ອງຄວາມຂັດແຍ່ງກັບປາແລັສຕິນຄືສິ່ງທີ່ເປັນປະໂຫຍດຕໍ່ອິດສະລາແອນ, EU ຈະເພີ່ມຄວາມພະຍາຍາມສ້າງສັນຕິພາບ ແລະ ຈະເປີດການຫາລືກັບປະທານາທິບໍດີ ມາມຸດ ອັບບັດ ຂອງປາແລັສຕິນ ໃນເດືອນໜ້າ. ຂະນະດຽວກັນ ຂໍປະນາມຜູ້ກໍ່ເຫດຮ້າຍກັບອິດສະລາແອນ ແລະ ຊຸມຊົນຊາວຢິວທົ່ວໂລກ ລວມທັງຢູ່ເອີຣົບ.

