ສານລັດຖະທໍາມະນູນມີມະຕິ ຖອດຖອນທ່ານ ຢຸນຊອກຢໍ ພົ້ນຕໍາແໜ່ງປະທານາທິບໍດີ ສ.ເກົາຫລີ

        ສານລັດຖະທໍາມະນູນເປັນເອກະພາບ 8 ສຽງຕັດສິນໃຫ້ທ່ານ ຢຸນຊອກຢໍ ພົ້ນຈາກຕໍາແໜ່ງປະທານາທິບໍດີ ສ.ເກົາຫລີ ຢ່າງເປັນທາງການແລ້ວໃນວັນທີ 4 ເມສາ ໂດຍສານພິພາກສາຍື່ນຕາມຄໍາຮ້ອງຂອງລັດຖະສະພາໃນການຖອດຖອນປະທານາທິບໍດີ ຈາກຂໍ້ຫາປະກາດໃຊ້ກົດໄອຍະການເສິກໃນໄລຍະສັ້ນໆໃນປີຜ່ານມາ ເຊິ່ງນໍາໄປສູ່ວິກິດການທາງການເມືອງຄັ້ງຮ້າຍແຮງທີ່ສຸດຂອງປະເທດໃນຮອບຫລາຍທົດສະຫວັດ.

          ທັງນີ້, ການເລືອກຕັ້ງປະທານາທິບໍດີຄົນໃໝ່ຈະຕ້ອງເກີດຂຶ້ນພາຍໃນ 60 ວັນຕາມທີ່ລະບຸໄວ້ໃນລັດຖະທໍາມະນູນຂອງປະເທດ ໂດຍນາຍົກລັດຖະມົນຕີ ຮັນດ໊ອກຊູ ຈະຍັງປະຕິບັດໜ້າທີ່ຮັກສາການປະທານາທິບໍດີຕໍ່ໄປຈົນກວ່າປະທານາທິບໍດີຄົນໃໝ່ຈະເຂົ້າຮັບຕໍາແໜ່ງ.

        ທ່ານ ມູນຢອງແບ ຮັກສາການປະທານສານລັດຖະທໍາມະນູນຂອງ ສ.ເກົາຫລີ ກ່າວວ່າ: ທ່ານ ຢຸນຊອກຢໍ ລະເມີດໜ້າທີ່ໃນຖານະປະທານາທິບໍດີດ້ວຍການກະທໍາທີ່ເກີນຂອບເຂດອໍານາດທີ່ລັດຖະທໍາມະນູນກໍານົດໄວ້ ແລະ ຜົນຈາກການກະທໍາຂອງທ່ານຖືເປັນການທ້າທາຍປະຊາທິປະໄຕຢ່າງຮ້າຍແຮງ ໂດຍລະບຸວ່າ: ທ່ານ ຢຸນຊອກຢໍ ທໍລະຍົດຄວາມໄວ້ວາງໃຈຂອງປະຊາຊົນ ແລະະ ການປະກາດກົດໄອຍະການເສິກຂອງທ່ານເຮັດໃຫ້ເກີດຄວາມວຸ້ນວາຍໃນທຸກມິຕິຂອງສັງຄົມ, ເສດຖະກິດ ແລະ ນະໂຍບາຍຕ່າງປະເທດ.

         ຄໍາຕັດສິນດັ່ງກ່າວສ້າງຄວາມດີໃຈໃຫ້ບັນດາຜູ້ປະທ້ວງນັບພັນຄົນທີ່ອອກມາລວມຕົວກັນສະແດງພະລັງຂັບໄລ່ປະທານາທິບໍດີຄົນນີ້. ຂະນະທີ່ມີຜູ້ປະທ້ວງກວ່າຮ້ອຍຄົນອອກມາກາງເຕັ້ນຢູ່ຕາມຖະໜົນຮໍຖ້າຟັງຄໍາຕັດສິນນັບແຕ່ຄໍ່າຄືນຜ່ານມາ ເຊິ່ງຫລັງຈາກຜົນການຕັດສິນອອກມາແລ້ວ ຫລາຍຄົນໂຫ່ຮ້ອງດ້ວຍຄວາມດີໃຈວ່າ: “ເຮົາຊະນະແລ້ວ”.

        ແຕ່ໃນທາງກົງກັນຂ້າມ, ບັນດາຜູ້ສະໜັບສະໜູນຂອງທ່ານ ຢຸນຊອກຢໍ ພັດເຕັມໄປດ້ວຍຄວາມຜິດຫວັງ ຫລາຍຄົນສະແດງຄວາມຄຽດແຄ້ນ ແລະ ກ່າວວ່າຄໍາຕັດສິນຂອງສານເປັນສິ່ງທີ່ບໍ່ອາດຍອມຮັບໄດ້ ປະເທດຂອງພວກເຮົາຢູ່ທ່າມກາງວິກິດ, ຄົນສູນເສຍສັດທາ ແລະ ພວກເຂົາສູນເສຍກໍາລັງໃຈ.

        ທ່ານ ຢຸນຊອກຢໍ ອາຍຸ 64 ປີ ຍັງຕ້ອງຜະເຊີນການພິຈາລະນາຄະດີອາຍາໃນຂໍ້ຫາກໍ່ກະບົດ ໂດຍທ່ານ ຢຸນຊອກຢໍ ຖືເປັນປະທານາທິບໍດີ ສ.ເກົາຫລີ ຄົນທໍາອິດທີ່ຖືກຈັບໃນເວລາຍັງດໍາລົງຕໍາແໜ່ງເມື່ອວັນທີ 15 ມັງກອນຜ່ານມາ ກ່ອນຈະໄດ້ຮັບການປ່ອຍຕົວໃນເດືອນມີນາ ຫລັງຈາກສານເພິກຖອນໝາຍຈັບຂອງທ່ານ.

       ຢ້ອນກັບໄປໃນວັນທີ 3 ທັນວາ, ທ່ານ ຢຸນຊອກຢໍ ປະກາດກົດໄອຍະການເສິກຢ່າງກະທັນຫັນ ໂດຍອ້າງວ່າມີຄວາມຈໍາເປັນເພື່ອກໍາຈັດກຸ່ມທີ່ຕໍ່ຕ້ານລັດ ແລະ ຈາກການທີ່ພັກຝ່າຍຄ້ານໃຊ້ສຽງສ່ວນຫລາຍໃນລັດຖະສະພາໂດຍບໍ່ຖືກຕ້ອງ ເຊິ່ງທ່ານກ່າວວ່າເປັນສິ່ງທີ່ທໍາລາຍປະເທດ.

        ແຕ່ຫລັງຈາກນັ້ນພຽງ 6 ຊົ່ວໂມງ ທ່ານ ຢຸນຊອກຢໍ ໄດ້ຍົກເລີກຄໍາສັ່ງດັ່ງກ່າວ ເນື່ອງຈາກສະມາຊິກລັດຖະສະພາ ແລະ ປະຊາຊົນສະແດງຄວາມບໍ່ພໍໃຈຢ່າງໜັກ. ທ່ານ ຢຸນຊອກຢໍ ກ່າວວ່າທ່ານບໍ່ເຄີຍຕັ້ງໃຈຈະບັງຄັບໃຊ້ກົດໄອຍະການເສິກຢ່າງເຕັມຮູບແບບ ແລະ ບອກວ່າ: ບໍ່ມີໃຜໄດ້ຮັບບາດເຈັບຈາກເຫດການໃນມື້ນັ້ນ, ແຕ່ເຫດການດັ່ງກ່າວໄດ້ຈູດສະນວນເຮັດໃຫ້ເກີດຄວາມວຸ້ນວາຍຂຶ້ນໃນການເມືອງຂອງ ສ.ເກົາຫລີ ຈົນຮອດປັດຈຸບັນ.

ອ້າງອີງ: