ປາບປາມການສໍ້ລາດບັງຫລວງ ທວງຄືນຄວາມຍຸດຕິທຳ ນຳພາປະເທດຊາດສູ່ຄວາມຈະເລີນ

ໂດຍ: ທິດກໍ່າ

ເມື່ອເວົ້າເຖິງເລື່ອງການສໍ້ລາດບັງຫລວງ ນັບວ່າເປັນສິ່ງທີ່ສັງຄົມໂລກລັງກຽດ ແຕ່ທຸກໆປະເທດໃນໂລກຊໍ້າພັດມີການສໍ້ລາດບັງຫລວງຢູ່ຢ່າງທົ່ວເຖິງ ຕ່າງແຕ່ຈະມີໜ້ອຍຫລາຍ ແລະ ການປາບປາມແຕກຕ່າງກັນໄປ ເຊິ່ງທັງໝົດນັ້ນມັນເກີດຈາກຄວາມເຫັນແກ່ຕົວຂອງບຸກຄົນ, ກຸ່ມຄົນ ຈົນສ້າງຄວາມເລື່ອມລໍ້າທາງສັງຄົມ ແລະ ພາໃກ້ເກີດມີຊົນຊັ້ນຢ່າງຊັດເຈນ.

ການສໍ້ລາດບັງຫລວງ ເປັນພະຍາດມະເຮັງຊໍາເຮື້ອແພ່ລາມໄປໃນທົ່ວສັງຄົມລາວ ເຮັດໃຫ້ກົດໝາຍບໍ່ສັກສິດ ທັງເຮັດໃຫ້ວຽກງານກວດກາພັກ-ລັດບໍ່ເຂັ້ມແຂງເດັດຂາດລວາດແຂ້ວເຕົ່າຖືກຂູດເກົາເຜົາລ້າງເທົ່າໃດມັນກໍບໍ່ຕື່ນ, ບໍ່ຄັນ, ບໍ່ເຈັບ, ບໍ່ປວດ ສຸດທ້າຍມາມັນກໍແຜ່ລາມໄປທົ່ວສັງຄັມ ແບບໄກ່ເຫັນຕີນງູ ງູເຫັນນົມໄກ່, ໃຜມືຍາວສາວໄດ້ສາວເອົາ ເຊິ່ງບໍ່ຕ່າງຫຍັງກັບປວກເຈາະໄມ້ມອດເຈາະເຮືອນປະໄວ້ດົນເທົ່າໃດຕົ້ນໄມ້ນັ້ນກໍຈະລົ້ມ ເຮືອນຫລັງນັ້ນກໍຈະເພພັງ ປະເທດຊາດປະສົບບັນຫາວິກິດດ້ານເສດຖະກິດ-ການເງິນ ເພາະເງິນຂອງລັດທຸກກີບທຸກອັດຈໍານວນບໍ່ໜ້ອຍມັນໄປເຂົ້າຖົງບຸກຄົນ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ.

ທິດກໍ່າຈຶ່ງເວົ້າວ່າ ການສໍ້ລາດບັງຫລວງ ຄືໜຶ່ງໃນປັດໄຈທີ່ເຮັດໃຫ້ເສດຖະກິດ-ການເງິນຂອງປະເທດບໍ່ເຂັ້ມ ໃນໄລຍະຜ່ານມາ ຕົວຢ່າງດັ່ງທີ່ເຫັນສະພາບເງິນເຟີ້, ສິນຄ້າແພງ, ຄ່າແຮງຕໍ່າກາຍເປັນຕົ້ນເຫດກົດໜ່ວງບາດກ້າວເດີນໃນການສ້າງສາພັດທະນາປະເທດຊາດໂດຍລວມ. ນີ້ຄືຄວາມອັນຕະລາຍຮ້າຍກາດຂອງພະຍາດສໍ້ລາດບັງຫລວງ ເຊິ່ງບໍ່ແມ່ນແຕ່ທິດກໍ່າເວົ້າດອກ ຄົນອື່ນໆກໍເວົ້າຄືກັນ ແລະ ບັນດານັກເສດຖະສາດໃນປະເທດທົ່ວໂລກກໍເວົ້າວ່າ ການສໍ້ລາດບັງຫລວງ ຫລື ຄໍຣັບຊັນ ຄືອຸປະສັກໃຫຍ່ຫລວງຂອງການພັດທະນາເສດຖະກິດ ແລະ ສ້າງຄວາມວິກິດແກ່ປະເທດຊາດໄດ້”.

ຫາກຕັ້ງໂຈດກັນວ່າ, ເມື່ອໃດການສໍ້ລາດບັງຫລວງຈຶ່ງຈະໝົດໄປໃນສັງຄົມລາວເຮົາ. ຄໍາຕອບກໍຄື ມັນຂຶ້ນກັບປັດໄຈໃຫຍ່ໆ 4 ຢ່າງຄື: ໜຶ່ງ ກົດໝາຍຕ້ອງເປັນກົດໝາຍເຫລັກ, ສອງ ການຜະລິດພາຍໃນຕ້ອງເຂັ້ມແຂງ, ການສົ່ງອອກຕ້ອງຫລາຍກວ່າການນໍາເຂົ້າ, ສາມ ລາຍຮັບຂອງພະນັກງານ, ທະຫານ, ຕໍາຫລວດ ເພີ່ມຂຶ້ນໃນລະດັບແນ່ນອນພໍກິນ ພໍຢູ່ ພໍໃຊ້ ພໍຈ່າຍ ແລະ ມີສ່ວນທີ່ເຫລືອໄວ້ໃນຄອບຄົວໃນລະດັບດີ, ສ່ວນປັດໄຈອັນທີສີ່ສຸດທ້າຍ ຕ້ອງກໍາຈັດພວກຕິດພະຍາດສໍ້ລາດບັງຫລວງດ້ວຍວິທີຕັດໄຟກ່ອນຕົ້ນລົມ. ໝາຍວ່າຕົກຈາກຕັ່ງແລ້ວແມ່ນບໍ່ໃຫ້ໄປນັ່ງຢູ່ເບາະຊານລັງ ທັງນີ້ກໍເພື່ອສະກັດກັ້ນບໍ່ໃຫ້ແພ່ລາມຊຶມເຊື້ອ ແລະ ຕິດແປດໄປໃສ່ຄົນອື່ນຢ່າງເດັດຂາດ.

ຢ່າງໃດກໍຕາມຕະຫລອດໄລຍະຕົ້ນເດືອນຫາທ້າຍເດືອນມີນາ ຜ່ານມານີ້ ທາງອົງການກວດສອບ ໄດ້ລາຍງານຜົນຜ່ານວາລະສານກວດສອບຫລາຍອົງກອນທັງພາກລັດ ແລະ ເອກະຊົນ ອັນສ້າງຄວາມເສຍຫາຍຕໍ່ພາກລັດຢ່າງມະຫາສານ ເຊິ່ງເປັນປາກົດການໃໝ່ທີ່ເຜີຍແກ່ສາຍຕາມວນຊົນ ນັບວ່າເປັນເລື່ອງດີ. ເຊິ່ງກົງກັບຜົນ ອົງການກວດສອບຄວາມໂປ່ງໃສນານາຊາດ ເຜີຍບົດລາຍງານປີ 2024 ຜ່ານມາ ເຫັນໄດ້ວ່າ ສປປ ລາວ ລາວຖືກຈັດ ຄວາມໂປ່ງໃສ ຢູ່ໃນອັນດັບ 7 ຂອງອາຊຽນ ລະດັບດຽວກັບ ຟິລິບປິນແລະ 114 ຂອງໂລກ ດ້ວຍ 33 ຄະແນນ ເມື່ອທຽບກັບ ປີ 2023 ເພີ່ມຂຶ້ນ 3 ຄະແນນ. ການຈັດອັນດັບ ແລະ ໃຫ້ຄະແນນແມ່ນມີຫລາຍປັດໄຈເຊັ່ນ ສະຖານະການທາງດ້ານການເມືອງ, ການລາຍງານຜົນການກວດສອບ, ໂຄງການລົງທຶນຕ່າງປະເທດ ແລະ ສະຖານະທາງດ້ານເສດຖະກິດ.

ໃນເງື່ອນໄຂທີ່ປະເທດຊາດຍັງທຸກຍາກ ແລະ ດ້ອຍພັດທະນາຄືສູ່ມື້ນີ້ ບັນຫາການກໍາຈັດການສໍ້ລາດບັງຫລວງເປັນເລື່ອງທີ່ບໍ່ງ່າຍ ເພາະຄວາມອຶດຢາກຍັງເປັນແອກເຕັງຄໍ, ປາກົດການຫຍໍ້ທໍ້ຕ່າງໆຍ່ອມເກີດຂຶ້ນ ໂດຍສະເພາະປຸ້ນຈີ້, ຂີ້ລັກງັດແງະ, ຢາເສບຕິດ, ສໍ້ລາດບັງຫລວງ, ສໍ້ຫລວງບັງລາດ ເມື່ອໃດປະເທດຊາດຮັ່ງມີ ລາຍຮັບຂອງຄົນໃນຊາດເພີ່ມຂຶ້ນສູງຢ່າງສະໝໍ່າສະເໝີ ໄປຄຽງຄູ່ກັບຕົວບົດກົດໝາຍເຂັ້ມແຂງເດັດຂາດ ຄົນລາວເປັນຈິດໜຶ່ງໃຈດຽວກັນ ພ້ອມກັນເປັນເຈົ້າການບຸກທະລຸສ້າງສາພັດທະນາປະເທດຊາດໃຫ້ນັບມື້ຈະເລີນຮຸ່ງເຮືອງທາງດ້ານວັດຖຸ ແລະ ຈິດໃຈ ສິ່ງຫຍໍ້ທໍ້ຕ່າງໆຍ່ອມໝົດໄປຈາກສັງຄົມລາວຢ່າງແນ່ນອນ.