ພົບສານພິດຕົກຄ້າງເກີນຄ່າມາດຕະຖານ ໃນໝາກກ້ຽງ ຢູ່ຕະຫລາດເມືອງສີໂຄດຕະບອງ

ຂ່າວສານ ຂ່າວສານກະສິກຳ-ປ່າໄມ້ ລາຍງານວັນທີ 25 ມີນາ 2025 ມີນາຜ່ານມານີ້ ວ່າ: ວັນທີ 6-12 ມີນາ 2025 ທ່ານ ນາງ ສຸນາລີ ສົມມະນີ ຮອງຫົວໜ້າພະແນກກັກກັນພືດ, ກົມປູກຝັງ ພ້ອມດ້ວຍວິຊາການ ພະແນກກັກກັນພືດ, ສູນປ້ອງກັນພືດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ກວດກາຕິດຕາມ ແລະ ເກັບຂໍ້ມູນ ການນຳເຂົ້າ ພືດຜັກ ແລະ ໝາກໄມ້ ທີ່ຕະຫຼາດແຮ່ຄຳ, ຕະຫຼາດໜອງໜ້ຽວ, ສາງເກັບມ້ຽນພືດຜັກ ແລະ ໝາກໄມ້ເມືອງສີໂຄດຕະບອງ ເພື່ອເກັບຕົວຢ່າງເຂົ້າຫ້ອງແລັບວິໄຈ ພ້ອມທັງ ເກັບກຳຂໍ້ມູນເອກະສານອະນຸຍາດໃນການນຳເຂົ້າຂອງ ຕົວຢ່າງແຕ່ລະອັນທີ່ເກັບນັ້ນ ແລະ ເຮັດບົດບັນທຶກໄວ້ ເພື່ອເປັນລັກຖານໃນການຈັດຕັ້ງປະຄິບັດໃນຕໍ່ໜ້າ.

ໝາກໄມ້ ແລະ ພືດຜັກທີ່ເກັບຕົວຢ່າງມີ 16 ຊະນິດ ຄື: ໝາກກ້ຽງ, ໝາກແອບເປີ້ນ, ໝາກລຳໄຍ, ໝາກແຄນຕາລຸກ, ໝາກເຜັດໃຫ່ຍຫວານ, ຜັກບົາວໃບ, ຜັກກະລ່ຳດອກ, ຖົ່ວກາແວ, ຜັກກາດຂາວ, ຫົວຜັກກາດຂາວ, ບອກເຄີລີ້, ຜັກກະລໍາສີມ້ວງ, ຫົວກາລົດ, ມັນຝຮັ່ງ, ຫົວຜັກບົ່ວໃຫຍ່ ແລະ ຫົວກະທຽມ ທີ່ນຳເຂົ້າ ຈາກປະເທດໄທ ແລະ ສສ ຫວຽດນາມ; ເພື່ອນຳໄປເຂົ້າຫ້ອງວິໄຈ ໄດ້ທັງໝົດ 51 ຕົວຢ່າງ. ສາມາດກວດຫາຢາໃນ 2 ກຸ່ມຄື: Organophosphate and Carbamate.

ໃນຈຳນວນ 51 ຕົວຢ່າງ ບໍ່ພົບສານພິດຕົກຄ້າງ 33 ຕົວຢ່າງ ຄິດເປັນ 65%, ສານພິດຕົກຄ້າງໃນລະດັບຄວາມປອດໄພມີ 17 ຕົວຢ່າງ ຄິດເປັນ 33 % ແລະ ມີຕົວຢ່າງໝາກກ້ຽງ ພົບສານພິດຕົກຄ້າງເກີນຄ່າມາດຕະຖານ ເປັນຕົ້ນ ສານ Amitraz ຄ່າມາດຕະຖານຫ້າມເກີນ 0.5 ຜົນວິໄຈພົບ 10 ແລະ Benomyl ຄ່າມາດຕະຖານຫ້າມເກີນ 10 ຜົນວິໄຈພົບ 18.

