​ເມືອງ​ສັງ​ທອງ ຈູດ​ທຳລາຍ​ອາວຸດລ່າເນື້ອຫລາຍກວ່າ 300 ກະບອກ

          ພິທີ​ຈູດ​ທຳລາຍ​ອຸປະກອນ​ຫາ​ກິນ​ທີ່​ຜິດ​ກົດໝາຍ​, ​ຢູ່ເມືອງສັງທອງ ນະຄອນຫລວງ ວຽງຈັນ, ໄດ້​ມີ​ຂຶ້ນ​ໃນ​ທ້າຍ​ອາທິດ​ຜ່ານ​ມາ​ນີ, ​ຊຶ່ງ​ປະກອບມີ: ປືນ​​ແກັບ 301 ກະບອກ, ຈັກ​ສະຕິ​ນ 963 ໜ່ວຍ, ໝໍ້ນ໋ອກປາ ລວມທັງ​ໝໍ້​ໄຟ 77 ຊຸດ, ​ເພື່ອປະຕິບັດ​ຄຳ​ສັ່ງ​ເລກທີ 14/ນຍ ​ແລະ ກົດໝາຍ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ, ແນໃສ່ສະກັດ ກັ້ນການລ່າເນື້ອ, ຫາປາແບບດັບສູນໃຫ້ໝົດໄປ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ