ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດປະນາມ ສປປ ເກົາຫລີ ຢ່າງຮຸນແຮງກໍລະນີທົດລອງລູກສອນໄຟ
ສະຫະປະຊາຊາດ 7 ເມສາ: ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ລົງມະຕິໃນວັນທີ 6 ເມສານີ້ ປະນາມ ສປປ ເກົາຫລີ ຢ່າງຮຸນແຮງຈາກກໍລະນີທີ່ ສປປ ເກົາຫລີ ທົດລອງລູກສອນໄຟເທື່ອຫລ້າສຸດ ໂດຍລະບຸວ່າ: ສປປ ເກົາຫລີ ຍົວຍຸ ແລະ ຕັ້ງໃຈທ້າທາຍບໍ່ປະຕິບັດຕາມມະຕິຂອງສະຫະປະຊາຊາດ.
ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ຫລື UNHC ລະບຸວ່າ: ສະມາຊິກຂອງສະພາຄວາມໝັ້ນຄົງ ສປຊ ໄດ້ສະແດງຄວາມກັງວົນຢ່າງຍິ່ງກ່ຽວກັບພຶດຕິກຳທີ່ບັນທອນສະຖຽນລະພາບຂອງໂລກຢ່າງຍິ່ງຂອງ ສປປ ເກົາຫລີ ອີກທັງຍົວຍຸ ແລະ ຕັ້ງໃຈທ້າທາຍສະພາຄວາມໝັ້ນຄົງ ສປຊ ທີ່ມີມະຕິຫ້າມ ສປປ ເກົາຫລີ ພັດທະນາເຕັກໂນໂລຊີນິວເຄຼຍ ແລະ ລູກສອນໄຟ. ໃນວັນທີ 5 ເມສານີ້, ສປປ ເກົາຫລີ ທົດລອງຍິງລູກສອນໄຟໄປທະເລຍີ່ປຸ່ນ ເຊິ່ງຖືກເບິ່ງວ່າເປັນການເຕືອນກ່ອນໜ້າກອງປະຊຸມສຸດຍອດເທື່ອທຳອິດລະຫວ່າງຜູ້ນຳອາເມລິກາ ແລະ ຈີນ. ກະຊວງປ້ອງກັນປະເທດ ສ.ເກົາຫລີ ກ່າວວ່າ: ລູກສອນໄຟໄລຍະປານກາງ KN-15 ຖືກຍິງອອກໄປເປັນໄລຍະທາງ 60 ກິໂລແມັດ ກ່ອນຈະຕົກລົງໃນທະເລ. UNHC ກ່າວວ່າ: ປັດຈຸບັນນີ້ພວມເຝົ້າຕິດຕາມການເຄື່ອນໄຫວຢູ່ ສປປ ເກົາຫລີ ຢ່າງໃກ້ຊິດ ແລະ ຈະໃຊ້ມາດຕະການບາງຢ່າງຕໍ່ ສປປ ເກົາຫລີ, ແຕ່ຍັງບໍ່ໄດ້ເປີດເຜຍລາຍລະອຽດວ່າມາດຕະການດັ່ງກ່າວຄືແນວໃດ.

