ເມືອງຮົ່ມເຊື່ອມຊຶມມະຕິຄັ້ງທີ 5 ສະໄໝທີ 10 ຂອງສູນກາງພັກ

ເມື່ອບໍ່ດົນມານີ້, ເມືອງຮົ່ມ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມເຊື່ອມຊຶມມະຕິຄັ້ງທີ 5 ສະໄໝທີ10 ຂອງສູນກາງພັກ, ໂດຍການເປັນປະທານຂອງທ່ານ ບຸນສົງ ເບຼ່ຍຢ່າທໍ່ເພຍຫລວງ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງຮົ່ມ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ນາຍທະຫານ, ນາຍຕຳຫລວດ, ຫົວໜ້າ, ຮອງຫົວໜ້າຫ້ອງການອ້ອມ ຂ້າງເມືອງເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານເຈົ້າເມືອງ ຍົກໃຫ້ເຫັນວ່າ: ມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກ, ຊຶ່ງເປັນພື້ນ ຖານໃຫ້ແກ່ການຫັນປ່ຽນໄປສູ່ອັນໃໝ່ທີ່ເລິກເຊິ່ງກວ່າເກົ່າ, ສືບຕໍ່ສະຖຽນລະພາບດ້ານການ ເມືອງໜັກແໜ້ນ, ມີຄວາມສາມັກຄີປອງດອງເປັນປຶກແຜ່ນຂອງປະຊາຊົນບັນດາເຜົ່າ, ເພີ່ມທະ ວີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ນຳພາການພັດທະນາເສດ ຖະກິດ-ສັງຄົມ, ສູ້ຊົນຈັດຕັ້ງປະຕິບັດຄາດໝາຍເສດຖະກິດມະຫາພາກ ແລະ ການເຕີບໂຕຂອງ GDP ໃຫ້ບັນລຸຕາມແຜນການວາງໄວ້, ສືບຕໍ່ຈັດຕັ້ງປະຕິບັດມາດຕະການທາງດ້ານເສດຖະ ກິດ ແລະ ການບໍລິຫານໃຫ້ຮັບປະກັນຄວາມວ່ອງໄວ, ຖືກຕ້ອງ ແລະ ໂປ່ງໃສຕາມກົດໝາຍ, ສ້າງ, ປັບປຸງ ແລະ ປະຕິບັດນະໂຍບາຍອັນຈຳເປັນ ເພື່ອຂຸດຄົ້ນ ແລະ ພັດທະນາທ່າແຮງຂອງ ປະເທດ ກໍຄືຄວາມເຂັ້ມແຂງໃຫ້ເສດຖະກິດແຫ່ງຊາດ ໃນເງື່ອນໄຂພາກພື້ນ ແລະ ສາກົນ, ຕັ້ງໜ້າແກ້ໄຂຂໍ້ຄົງຄ້າງໃນຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກ ງານຕ່າງປະເທດ ແລະ ຂົງເຂດວັດທະນະທຳ-ສັງຄົມ, ເຮັດໃຫ້ປະເທດເຮົາສືບຕໍ່ມີສະຖຽນ ລະພາບດ້ານການເມືອງຢ່າງໜັກແໜ້ນ, ເຂັ້ມແຂງ, ສັງຄົມມີຄວາມສະຫງົບ ເປັນລະບຽບ ຮຽບຮ້ອຍ ເພື່ອສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ດີຂຶ້ນ ເທື່ອລະກ້າວ, ພ້ອມນັ້ນ ຍັງໄດ້ເຜີຍແຜ່ບາງເອກະສານທີ່ກ່ຽວຂ້ອງກັບການພັດທະນາປະເທດ ຊາດ, ໂດຍຕິດພັນກັບວຽກງານ 3 ສ້າງ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ