ລັດຖະບານອາເຊີໄບຈານສັ່ງປິດ ສໍານັກງານ BBC ຢູ່ນະຄອນຫລວງບາກູ

ລັດຖະບານອາເຊີໄບຈານ ມີຄໍາສັ່ງໃຫ້ບໍລິສັດແຜ່ພາບກະຈາຍສຽງອັງກິດ ຫລື BBC ປິດສໍານັກງານໃນປະເທດ ສົ່ງຜົນເຮັດໃຫ້ບໍລິສັດແຜ່ພາບກະຈາຍສຽງຂອງອັງກິດ ປະນາມວ່າເປັນການເຄື່ອນໄຫວທີ່ຂັດຂວາງເສລີພາບສື່.
ທ່ານ ອາຢາຮານ ຮາຈີຊາເດ ໂຄສົກກະຊວງການຕ່າງປະເທດອາເຊີໄບຈານ ກ່າວວ່າ: ລັດຖະບານບາກູຊີ້ແຈງຕໍ່ BBD ວ່າ: ບໍລິສັດບໍ່ມີເຫດຜົນທາງກົດໝາຍທີ່ຈະເປີດສໍານັກງານຕົວແທນຢູ່ອາເຊີໄບຈານ ແລະ ລັດຖະບານບາກູ ດໍາເນີນງານບົນພື້ນຖານຂອງການແລກປ່ຽນ, ແຕ່ທ່ານບໍ່ໄດ້ໃຫ້ລາຍລະອຽດກ່ຽວກັບເຫດຜົນໃນການບັງຄັບປິດສໍານັກງານຂອງ BBC ແຕ່ຢ່າງໃດ.
ຂະນະທີ່ BBC ລະບຸໃນຖະແຫລງການວ່າ: ບໍລິສັດຕັດສິນໃຈປິດສໍານັກງານຢູ່ອາເຊີໄບຈານແບບບໍ່ເຕັມໃຈ ຕາມຄໍາສັ່ງຂອງກະຊວງການຕ່າງປະເທດອາເຊີໄບຈານ.
ເຖິງຢ່າງໃດກໍຕາມ, ທ່ານ ຮາຈີຊາເດ ກ່າວຫາວ່າ: BBC ພະຍາຍາມເຮັດໃຫ້ບັນຫານີ້ເປັນເລື່ອງການເມືອງ ແລະ ດໍາເນີນງານແບບສອງມາດຕະຖານ. ພ້ອມຢືນຢັນວ່າ: ການປິດສໍານັກງານຢູ່ອາເຊີໄບຈານບໍ່ສົ່ງຜົນກະທົບຕໍ່ສິດການຮັບຮອງຂອງຜູ້ປະກາດຂ່າວຄົນໜຶ່ງຂອງ BBC.
ອົງກອນນັກຂ່າວໄຮ້ພົມແດນ (RSF) ລະບຸໃນເວັບໄຊວ່າ: ອາເຊີໄບຈານອາດເປັນໜຶ່ງໃນສະຖານທີ່ໂຫດຮ້າຍທີ່ສຸດໃນໂລກ ສໍາລັບເສລີພາບສື່ ເນື່ອງຈາກພາກສ່ວນສື່ເກືອບທັງໝົດຂອງປະເທດຢູ່ພາຍໃຕ້ການຄວບຄຸມຂອງລັດຖະບານ ແລະ ທາງການພະຍາຍາມປາບປາມສື່ອິດສະຫລະຄົນສຸດທ້າຍ ລວມທັງນັກຂ່າວທີ່ປະຕິເສດການເຊັນເຊີຕົນເອງ.

