ລ້ຽງລູກໃຫ້ໄອຄິວດີ – ມີຄວາມສຸກ

ນອກຈາກຄວາມປາຖະໜາໃຫ້ລູກເປັນຄົນດີ ແລະ ມີຊີວິດທີ່ມີຄວາມສຸກແລ້ວ, ພໍ່ແມ່ຫລາຍຄົນກໍຍັງຢາກໃຫ້ລູກມີໄອຄິວດີ (ຄວາມສະຫລາດທາງປັນຍາ) ແລະ ມີສະຕິປັນຍາດີເພື່ອທາງເລືອກໃນອະນາຄົດ ແລະ ການເຮັດວຽກດີໆທີ່ຈະໄດ້ມີຊີວິດທີ່ສຸກສະບາຍນຳ ເຊິ່ງຜູ້ຊ່ຽວຊານດ້ານສຸຂະພາບຈິດຈາກຫລາຍສະຖາບັນໃນຫລາຍໆປະເທດ ກໍໄດ້ແນະນຳເຖິງປັດໄຈສຳຄັນທີ່ຈະຊ່ວຍໃຫ້ເດັກນ້ອຍມີຄວາມສະຫລາດທາງສະຕິປັນຍາ ຫລື ໄອຄິວຢູ່ໃນລະດັບດີ ໂດຍການລ້ຽງດູທີ່ເໝາະສົມຈາກຄອບຄົວດັ່ງນີ້ :

  1. ຄວາມຮັກຄວາມອົບອຸ່ນໃນຄອບຄົວ, ການສະແດງອອກຂອງຄວາມຮັກຈາກພໍ່ແມ່ເຮັດໃຫ້ເດັກນ້ອຍຫລັ່ງສານ Nerve growth factor ຊ່ວຍກະຕຸ້ນການຈະເລີນເຕີບໃຫຍ່ຂອງສະໝອງໄດ້.
  2. ໃຫ້ເດັກນ້ອຍໄດ້ກິນອາຫານທີ່ດີ, ໄດ້ຮັບສານອາຫານທີ່ຄົບຖ້ວນ. ສິ່ງສຳຄັນແມ່ນໄອໂອດີນ.
  3. ໃຫ້ເດັກນ້ອຍໄດ້ມີປະຕິສຳພັນກັບທຳມະຊາດ ແລະ ສິ່ງແວດລ້ອມ, ໃຊ້ຊີວິດຮຽນຮູ້ທຳມະຊາດຢ່າງມີຄວາມສຸກ.
  4. ປ່ອຍໃຫ້ເດັກນ້ອຍໄດ້ຫລິ້ນຢ່າງອິດສະຫລະ ເຮັດໃຫ້ເດັກນ້ອຍມີຄວາມຄິດສ້າງສັນ, ເກີດການຮຽນຮູ້ທີ່ີມີຄວາມສຸກ, ຮູ້ຈັກ ແກ້ໄຂປັນຫາໄດ້.
  5. ສົ່ງເສີມການອ່ານໃຫ້ກັບເດັກນ້ອຍ ເພາະການອ່ານຊ່ວຍສ້າງຈິນຕະນາການ ເຮັດໃຫ້ສະໝອງໄດ້ຮັບການພັດທະນາການ ດ້ານການໃຊ້ພາສາ ແລະ ການສື່ສານ ລວມໄປເຖິງການເວົ້າ, ການຟັງ, ການຂຽນ ແລະ ມີທັກສະຊີວິດທີ່ຄົບຖ້ວນທຸກດ້ານ.
  6. ຟັງເພງ, ຫລິ້ນດົນຕີ ຫລື ຟ້ອນຕາມຈັງຫວະການໄດ້ຝຶກ ແອບໄຈ້ແຍກສຽງຕ່າງໆ ທັງຈາກສຽງຮ້ອງ ແລະ ເຄື່ອງດົນຕີ ຈະສົ່ງເສີມ ແລະ ກ່ອມຈິດໃຈໃຫ້ຮູ້ຈັກຟັງຜູ້ອື່ນຫລາຍຂຶ້ນ, ມີບຸກຄະລິກກະພາບທີ່ດີ ແລະ ມີສະມາທິດີຂຶ້ນນຳ.
  7. ສົ່ງເສີມໃຫ້ເດັກນ້ອຍໄດ້ອອກກຳລັງກາຍ, ຫລິ້ນກິລາທີ່ມັກ ຊ່ວຍກະຕຸ້ນການຮຽນຮູ້, ກະຕຸ້ນການຈະເລີນເຕີບໃຫຍ່ຂອງສະໝອງເດັກນ້ອຍ ເຮັດໃຫ້ເກີດມີຄວາມເຊື່ອໝັ້ນໃນຕົນເອງ.

ຫລັກການລ້ຽງເດັກນ້ອຍເພື່ອພັດທະນາໄອຄິວ ຫລື ຄວາມສະຫລາດທາງສະຕິປັນຍາທັງ 7 ຂ້ໍທີ່ກ່າວມາຂ້າງເທິງນັ້ນ ຫາກປະຕິບັດໄດ້ ທ່ານຈະໄດ້ເດັກນ້ອຍທີ່ມີທັງຄວາມສາມາດທາງສະຕິປັນຍາ ພ້ອມກັບເດັກນ້ອຍທີ່ອາລົມດີ ມີຄວາມສຸກໃນຄົນດຽວກັນ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ