ເກີດເຫດໄຟໄໝ້ ໂຮງແຮມຊື່ດັງ ຢູ່ປະເທດ ຕວກກີ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບຈຳນວນຫລາຍ

ສຳນັກຂ່າວຈາກຕ່າງປະເທດລາຍງານວ່າ: ວັນທີ 21 ມັງກອນ 2025 ເກີດເຫດໄຟໄໝ້ ໂຮງແຮມ Grand Kartal ສູງ 12 ຊັ້ນ ຊຶ່ງເປັນໂຮງແຮມຊື່ດັງໃນປະເທດ ຕວກກີ ເຮັດໃຫ້ມີຜູ້ເສຍຊີວິດຈຳນວນຫລາຍ, ທ່ານ ອາລີ ເຍີລິຄາຍາ ລັດຖະມົນຕີກະຊວງພາຍໃນ ຂອງ ຕວກກີ ເປີດເຜີຍວ່າ: ໄຟໄດ້ເລີ່ມໄໝ້ເວລາ 03:27 ນາທີ ຂອງວັນທີ 21 ມັງກອນ ຕາມເວລາທ້ອງຖິ່ນ ແລະ ໄດ້ລຸກລາມຂຶ້ນຢ່າງໄວວາ ເນື່ອງຈາກວ່າໂຮງແຮມດັ່ງກ່າວໃຊ້ໄມ້ຫຸ້ມຫໍ່ ແລະ ຕົບແຕ່ງອາຄານ ເຊິ່ງເບື່ອງຕົ້ນພົບຜູ້ເສຍຊີວິດແລ້ວຢ່າງໜ້ອຍ 66 ຄົນ ແລະ ໄດ້ຮັບບາດເຈັບ 51 ຄົນ. ຂະນະທີ່ເກີດເຫດມີແຂກເຂົ້າພັກທັງໝົດ 238 ຄົນ.

ເຈົ້າໜ້າທີ່ໄດ້ໃຊ້ລົດດັບເພີງຈຳນວນຫລາຍຄັນເຂົ້າມອດໄຟ ແລະ ທີມງານຊ່ວຍເຫລືອດ້ານຕ່າງໆໄດ້ເຂົ້າຊ່ວຍເຫລືອຜູ້ປະສົບເຫດ, ໃນເຫດການດັ່ງກ່າວເຈົ້າໜ້າທີ່ຕຳຫລວດໄດ້ຄວບຄຸມຕົວຜູ້ຕ້ອງສົງໄສ 9 ຄົນ ທີ່ອາດມີສ່ວນກ່ຽວຂ້ອງກັບເຫດໄຟໄໝ້ຄັ້ງນີ້ ໄປສືບສວນສອບສວນ.